lo_tn/1sa/25/09.md

2.5 KiB

ພວກຄົນຫນຸ່ມຂອງດາວິດ

"ທະຫານຂອງດາວິດ"

ກໍໄດ້ກ່າວຄຳເຫລົ່ານັ້ນແກ່ນາບານໃນນາມຂອງດາວິດ

"ກໍໄດ້ມອບຄຳເຫລົ່ານັ້ນຂອງດາວິດຢ່າງຄົບຖ້ວນແກ່ນາບານ"

ດາວິດເປັນໃຜ, ລູກຊາຍຂອງເຢຊີແມ່ນໃຜ?

ນາບານຮູ້ແນ່ວ່າດາວິດເປັນໃຜ, ແຕ່ລາວບໍ່ຕ້ອງການຊ່ວຍດາວິດ. (ເບິ່ງເພີ່ມເຕີມ 18:6). ຄຳວ່າ "ຜູ້ຮັບໃຊ້ ... ທີ່ຫນີໄປຈາກນາຍຂອງພວກເຂົາ" ໃນຂໍ້ 10 ຫມາຍເຖິງດາວິດໄດ້ຫນີຈາກໂຊນ. ສອງຄຳຖາມທີ່ບໍ່ຫວັງຄຳຕອບນີ້ ສາມາດເຮັດໃຫ້ເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: "ດາວິດນີ້ລູກຊາຍຂອງເຢຊີທີ່ເຈົ້າເວົ້າເຖິງນັ້ນ - ຂ້ອຍບໍ່ຮູ້ຈັກລາວ." ຫລື "ຂ້ອຍບໍ່ຮູ້ຈັກດາວິດຜູ້ນີ້, ດັ່ງນັ້ນແຫລະ ຂ້ອຍຈະບໍ່ເຮັດໃນສິ່ງທີ່ລາວເວົ້າ. ຂ້ອຍບໍ່ຮູ້ຈັກເຢຊີຜູ້ນີ້, ດັ່ງນັ້ນແຫລະ ຂ້ອຍຈະບໍ່ສົນໃຈສິ່ງທີ່ຈະເກີດຂຶ້ນກັບລູກຊາຍຂອງລາວ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-rquestion]] ແລະ [[rc:///ta/man/translate/figs-parallelism]])

ທີ່ຫນີໄປຈາກ

"ແລ່ນຫນີໄປຈາກ" ຫລື "ກະບົດຕໍ່ສູ້"

ເຂົ້າຈີ່ຂອງຂ້ອຍ

ທີ່ນີ້ "ເຂົ້າຈີ່" ເປັນສຳນວນສຳລັບອາຫານປະເພດໃດໆກໍຕາມ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ພວກເຈົ້າຊຶ່ງມາຈາກໃສຂ້ອຍກໍບໍ່ຮູ້

"ຊາຍຜູ້ຊຶ່ງຂ້ອຍບໍ່ຮູ້ວ່າ ພວກເຂົາມາຈາກໃສ" ຫລື "ຊາຍຜູ້ຊຶ່ງຂ້ອຍບໍ່ຮູ້ຈັກເລີຍ"