lo_tn/1sa/25/07.md

3.1 KiB
Raw Permalink Blame History

ທ່ານມີຄົນຕັດຂົນແກະຢູ່ຫລາຍຄົນ

"ທ່ານມີຄົນຕັດຂົນແກະທີ່ກຳລັງເຮັດວຽກຢູ່" ຫລື "ທ່ານມີຄົນຕັດຂົນແກະຢູ່ຫລາຍຄົນ" ດາວິດຕ້ອງການໃຫ້ພັກພວກຂອງລາວເວົ້າກັບນາບານໃຫ້ເຂົ້າໃຈວ່າ ແກະຂອງລາວທີ່ດີນັ້ນ ຍ້ອນວ່າ ພວກພັກຂອງດາວິດຊ່ວຍປົກປ້ອງພວກມັນ.

ພວກເຮົາບໍ່ໄດ້ເຮັດອັນຕະຣາຍໃກ້ໆໃຫ້ແກ່ພວກເຂົາເລີຍ, ແລະພວກເຂົາກໍບໍ່ໄດ້ຂາດອັນໃດ

ດາວິດຊີ້ໃຫ້ເຫັນວ່າ ວິທີທີ່ລາວ ແລະ ພັກພວກຂອງລາວໄດ້ສະເຫນີການປົກປ້ອງ ຜູ້ຮັບໃຊ້ຂອງນາບານ ແລະ ຝູງສັດດ້ວຍ. ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ພວກເຮົາໄດ້ຮັກສາພວກເຂົາ ແລະ ຊັບສິນທັງຫມົດຂອງພວກເຂົາຈາກອັນຕະຣາຍດ້ວຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-litotes)

ຂໍໃຫ້ພວກຄົນຫນຸ່ມຂອງຂ້າພະເຈົ້າໄດຮັບຄວາມເພິ່ງພໍໃຈຈາກທ່ານເຖີດ

ສາຍຕາໃນທີ່ນີ້ ເປັນຕົວແທນເຖິງການແນມເຫັນ, ແລະການແນມເຫັນ ເປັນຕົວແທນເຖິງຄວາມຄິດ ແລະ ການຕັດສິນ. ອາດແປໄດ້ອີກວ່າ: "ຂໍໃຫ້ທ່ານມີຄວາມພໍໃຈກັບຄົນຫນຸ່ມຂອງຂ້ານ້ອຍດ້ວຍ" ຫລື "ຂໍໃຫ້ທ່ານພິຈາລະນາຄົນຫນຸ່ມຂອງຂ້ານ້ອຍເປັນທີ່ພໍໃຈທ່ານເຖີດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພວກຜູ້ຮັບໃຊ້ຂອງທ່ານ

ດາວິດກຳລັງສະແດງໃຫ້ເຫັນເຖິງ ການເຄົາລົບນັບຖືຕໍນາບານ ໂດຍການເອີ້ນພັກພວກຂອງລາວວ່າ ເປັນຜູ້ຮັບໃຊ້ຂອງນາບານ.

ດາວິດລູກຊາຍຂອງທ່ານເຖີດ

ດາວິດເວົ້າເຫມືອນກັບວ່າ ລາວເປັນລູກຊາຍຂອງນາບານ ເພື່ອສະແດງໃຫ້ເຫັນວ່າລາວເຄົາລົບນັບຖືນາບານ, ຜູ້ທີ່ມີອາຍຸຫລາຍກວ່າລາວ.