lo_tn/1sa/25/02.md

3.9 KiB

ມີຊາຍຄົນຫນຶ່ງໃນມາໂອນ, ຜູ້ໄດ້ມີຊັບສົມບັດຫລາຍໃນຄາເມນ. ຊາຍຄົນນັ້ນເປັນຄົນຮັ່ງມີຫລາຍ. ລາວມີແກະສາມພັນໂຕແລະ ແບ້ຫນຶ່ງພັນໂຕ. ລາວກຳລັງຕັດຂົນແກະຂອງລາວຢູ່ທີ່ຄາເມນ. 3ຊາຍຄົນນັ້ນຊື່ນາບານ, ແລະຊື່ເມຍຂອງລາວແມ່ນອາບີກາເອນ. ຜູ້ຍິງຄົນນີ້ເປັນຄົນສະຫລາດ ແລະ ຮູບຮ່າງງົດງາມຫລາຍ. ແຕ່ຊາຍຄົນນັ້ນເປັນຄົນຫົວແຂງ ແລະ ຊົ່ວຮ້າຍໃນການກະທຳຂອງລາວ. ລາວເປັນລູກຫລານຂອງເຊື້ອສາຍຂອງຄາເລັບ.

ນາຍແປບາງຄົນອາດຈະໃສ່ຄວາມຄິດໃນຂໍ້ເຫລົ່ານີ້ເພື່ອເຮັດໃຫ້ການຈັດລຽງແຕກຕ່າງກັນ. ອາດແປໄດ້ອີກວ່າ: "ຍັງມີຊາຍຄົນຫມຶ່ງ ຊື່ວ່ານາບານ, ສືບເຊື້ອສາຍມາຈາກຄົວເຮືອນຂອງຄາເລັບ, ຊຶ່ງເປັນຜູ້ຮັ່ງມີ. ລາວອາໄສຢູ່ທີ່ມາໂອນ. ແຕ່ຊັບສົມບັດຂອງລາວຢູ່ທີ່ຄາເມນ. ລາວມີແກະສາມພັນໂຕ ແລະ ແບ້ຫນຶ່ງພັນໂຕ. ຊາຍຄົນນີ້ເປັນຄົນຫົວແຂງ ແລະຊົ່ວຮ້າຍໃນການກະທຳ. ເມຍຂອງລາວຊື່ວ່າອາບີກາເອນ. ນາງເປັນຍິງທີ່ສະຫລາດ ແລະຮູບຮ່າງງົດງາມຫລາຍ. ບັດນີ້ລາວກຳລັງຕັດຂົນແກະຂອງລາວຢູ່ທີຄາເມນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-versebridge)

ມາໂອນ

ນີ້ແມ່ນຊື່ຂອງເມືອງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ຄາເມນ

ນີ້ແມ່ນຊື່ຂອງເມືອງ. ນີ້ແມ່ນແຕກຕ່າງຈາກພູເຂົາຄາເມນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ສາມພັນ

3,000 (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-numbers)

ຫນຶ່ງພັນ

1,000 (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-numbers)

ຕັດຂົນແກະຂອງລາວ

"ແຖຂົນແກະອອກຈາກແກະຂອງລາວ"

ນາບານ

ນີ້ແມ່ນຊື່ຂອງຜູ້ຊາຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ອາບີກາເອນ

ນີ້ແມ່ນຊື່ຂອງຜູ້ຍິງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ລາວເປັນລູກຫລານຂອງເຊື້ອສາຍຂອງຄາເລັບ

ໃນນີ້ຄຳວ່າ "ເຮືອນ" ເປັນຕົວແທນເຖິງຄອບຄົວ. ອາດແປໄດ້ອີກວ່າ: "ລາວເປັນເຊື້ອສາຍຂອງຄອບຄົວຂອງຄາເລັບ" ຫລື "ລາວເປັນເຊື້ອສາຍຂອງຄາເລັບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)