lo_tn/1sa/24/21.md

1.8 KiB

ເຈົ້າຈະບໍ່ຕັດເຊື້ອສາຍຂອງເຮົາ

"ເຈົ້າຈະບໍ່ຂ້າບັນດາລູກຊາຍຂອງເຮົາ ແລະ ບັນດາຄອບຄົວຂອງພວກເຂົາ." ມັນເປັນເລື່ອງທຳມະດາສຳລັບກະສັດໃຫມ່ ຜູ້ທີ່ບໍ່ໄດ້ມາຈາກເສັ້ນສາຍຄອບຄົວກ່ອນ ຈະຖືກຂ້າຫມົດລວມທັງລູກໆຂອງກະສັດອົງກ່ອນ ເພື່ອທີ່ວ່າຫນຶ່ງໃນພວກເຂົາຈະບໍ່ມາທ່ວງບັນລັງຈາກຄົນນັ້ນ.

ຈະບໍ່ທຳລາຍຊື່ຂອງເຮົາຈາກເຊື້ອສາຍບິດາຂອງເຮົາ

ມັນເປັນສິ່ງທີ່ສຳຄັນສຳລັບແຕ່ລະຄອບຄົວໃນອິດສະຣາເອນເພື່ອທີ່ຈະສືບເຊື້ອສາຍ ຈາກຄົນລຸ້ນນີ້ໄປສູ້ຄົນອີກລຸ້ນຫນຶ່ງເພື່ອທີ່ຈະຮັກສາຊື່ຂອງຄອບຄົວ ແລະ ຖືມໍຣະດົກທີ່ດິນ. ອາດແປໄດ້ອີກວ່າ: "ເຈົ້າຈະບໍ່ທຳລາຍຊື່ຂອງເຮົາຈາກຄອບຄົວ ແລະ ເຊື້ອສາຍທັງຫລາຍດ້ວຍ. ຫລື "ເຈົ້າຈະອະນຸຍາດໃຫ້ຄອບຄົວຂອງເຮົາມີຊີວິດຢູ່ຕໍ່ໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ດາວິດກັບພັກພວກຂອງລາວ

ດາວິດ ແລະ ທະຫານຂອງລາວ"