lo_tn/1sa/24/19.md

2.9 KiB

ເພາະວ່າຖ້າຊາຍຄົນໃດພົບສັດຕຣູຂອງຕົນ, ລາວຈະປ່ອຍເຂົາໄປຢ່າງປອດພັຍຫລື?

ຄຳຖາມທີ່ບໍ່ຫວັງຄຳຕອບນີ້ ພ້ອມກັບການສະຫລູບຄຳຕອບທີ່ຢູ່ພາຍໃນຄຳຖາມຢູ່ແລ້ວ. ອາດແປໄດ້ອີກວ່າ: "ເພາະວ່າຖ້າຊາຍຄົນໃດພົບສັດຕຣູຂອງຕົນ, ລາວຈະປ່ອຍເຂົາໄປຢ່າງປອດພັຍ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເພາະວ່າຖ້າຊາຍຄົນໃດພົບສັດຕຣູຂອງຕົນ, ລາວຈະປ່ອຍເຂົາໄປຢ່າງປອດພັຍຫລື?

ໃນບ່ອນໃດ ທີ່ໂຊນເຊື່ອວ່າດາວິດເປັນສັດຕຣູຂອງລາວ, ເຖິງແມ່ນວ່າພະອົງຮູ້ວ່າ ດາວິດຈະເປັນກະສັດ, ດາວິດຈະບໍ່ຍາດຊິ່ງບັນລັງຈາກໂຊນໂດຍການບັງຄັບ, ແຕ່ຈະລໍຖ້າເວລາກຳຫນົດຂອງພຣະຢາເວ.

ຣາຊະອານາຈັກອິດສະຣາເອນຈະຕັ້ງຫມັ້ນຄົງຢູ່ໃນມືຂອງເຈົ້າ

ສາມາດເວົ້າໃນຮູບແບບການກະທຳໄດ້. ຄວາມຫມາຍທີ່ອາດເປັນໄປໄດ້ 1) ດາວິດຈະເຮັດໃຫ້ຣາຊະອາຈັກອິດສະຣາເອນຈະເລີນຮຸ່ງເຮືອງ ຜ່ານອຳນາດຂອງການເປັນກະສັດນັ້ນ. ອາດແປໄດ້ອີກວ່າ: "ຣາຊະອາຈັກອິດສະຣາເອນຈະເລີນຮຸ່ງເຮືອງ ເມື່ອເຈົ້າປົກຄອງປະຊາຊົນອິດສະຣາເອນ" ຫລື 2) ພຣະຢາເວຈະເຮັດໃຫ້ດາວິດ ມີອຳນາດຢ່າງສົມບູນ ທີ່ເຫນືອຣາຊະອາຈັກອິດສະຣາເອນ. ອາດແປໄດ້ອີກວ່າ: "ເຈົ້າຈະມີອຳນາດປົກຄອງຢ່າງສົມບູນ ທີ່ເຫນືອຣາຊະອາຈັກອິດສະຣາເອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ໃນມືຂອງເຈົ້າ

ຄຳວ່າ "ມື" ເປັນການປຽບທຽບທີ່ເປັນຕົວແທນເຖິງ ອຳນາດ ຫລື ການຄອບຄອງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)