lo_tn/1sa/24/14.md

3.0 KiB

ກະສັດແຫ່ງອິດສະຣາເອນອອກມາຕາມຫາໃຜ? ພະອົງຊົງໄລ່ຕາມຈັບຜູ້ໃດ?

ຄຳຖາມທີ່ບໍ່ຫວັງຄຳຕອບເຫລົ່ານີ້ ສາມາດແປໃຫ້ເປັນປະໂຫຍກໄດ້. ເມື່ອດາວິດຖາມຄຳຖາມນີ້, ລາວຮູ້ວ່າລາວຈະຕອບຄຳຖາມຂອງລາວເອງ. ອາດແປໄດ້ອີກວ່າ: "ຂໍໃຫ້ບອກຂ້ານ້ອຍວ່າ ທ່ານເປັນກະສັດຂອງອິດສະຣາເອນໄດ້ມາໄລ່ລ່າ. ຂໍໃຫ້ບອກຂ້ານ້ອຍວ່າ ທ່ານໄລ່ລ່າຜູ້ໃດກັນ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຊົງໄລ່ຕິດຕາມຫມາຕາຍຫລື

ຄຳວ່າ "ຫມາຕາຍ" ເປັນການປຽບທຽບເຖິງຄົນຜູ້ທີ່ຫມົດອຳນາດແລ້ວ. ປະໂຫຍກນີ້ສາມາດເຮັດໃຫ້ສົມບູນໄດ້. ອາດແປໄດ້ອີກວ່າ: "ທ່ານໄລ່ລ່າຄົນຜູ້ທີ່ຫມົດອຳນາດເຫມືອນຫມາໂຕຫນຶ່ງ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-ellipsis]])

ຊົງໄລ່ຕາມໂຕຫມັດໂຕຫນຶ່ງຫລື

ຄຳວ່າ "ຫມັດ" ເປັນການປຽບທຽບວ່າ ຊຶ່ງຜູ້ອຶ່ນບໍ່ໄດ້ໃຫ້ຄວາມສຳຄັນເລີຍ. ອາດແປໄດ້ອີກວ່າ: "ທ່ານໄລ່ລ່າຄົນຜູ້ທີ່ບໍ່ສຳຄັນຫຍັງເລີຍເຫມືອນກັນກັບຫມັດໂຕຫນຶ່ງ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-ellipsis]])

ຂໍພຣະອົງໂຜດເບິ່ງ, ຂໍຊົງເວົ້າຄະດີຄວາມຝ່າຍຂ້ານ້ອຍ

ຄວາມຫມາຍທີ່ອາດເປັນໄປໄດ້ 1) "ເຮັດໃນສິ່ງທີ່ຖືກຕ້ອງ ແລະ ຂໍຊົງເວົ້າຄະດີຄວາມຝ່າຍຂ້ານ້ອຍດ້ວຍ" ຫລື "ຂໍໂຜດເບິ່ງຄະດີຂອງຂ້ານ້ອຍທີ່ເປັນຝ່າຍຖືກ ແລະ ສູ້ຄະດີເພື່ອຂ້ານ້ອຍ."

ຈາກມືຂອງພະອົງ

ຄຳວ່າ "ມື" ເປັນຕົວແທນເຖິງອຳນາດ. ອາດແປໄດ້ອີກວ່າ: "ເພື່ອວ່າພະອົງຈະບໍ່ມີອຳນາດເຫນືອຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)