lo_tn/1sa/24/10.md

2.2 KiB

ຕໍ່ສາຍຕາຂອງພະອົງໄດ້ປະຈັກແລ້ວ

ທີ່ນີ້ "ຕໍ່ສາຍຕາຂອງພະອົງ" ເປັນຕົວແທນເຖິງກະສັດໂຊນ. ອາດແປໄດ້ອີກວ່າ: "ພະອົງໄດ້ເຫັນດ້ວຍຕາຂອງພະອົງເອງແລ້ວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ພະອົງໄວ້ໃນມືຂອງຂ້ານ້ອຍແລ້ວ

ຄຳວ່າ "ມື" ເປັນການປຽບທຽບເຖິງການຄວບຄຸມ. ອາດແປໄດ້ອີກວ່າ: "ໄດ້ມອບພະອົງໃນບ່ອນທີ່ຂ້ານ້ອຍສາມາດຂ້າພະອົງໄດ້ ຫລື ອະນຸຍາດໃຫ້ພະອົງມີຊີວິດຢູ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ບິດາຂອງຂ້ານ້ອຍ

ໂຊນບໍ່ແມ່ນພໍ່ແທ້ໆຂອງດາວິດ. ດາວິດເອີ້ນລາວວ່າ "ບິດາ" ເພື່ອສະແດງໃຫ້ເຫັນວ່າ ລາວເຄົາລົບນັບຖືໂຊນ.

ໃນມືຂອງຂ້ານ້ອຍບໍ່ມີຄວາມຜິດ ຫລື ກະບົດ

ດາວິດເຫມືອນກັບວ່າຄວາມຜິດ ແລະ ກະບົດ ເປັນວັດຖຸທາງກາຍຍາພາບທີ່ລາວສາມາດຈັບໄວ້ໃນມືຂອງລາວໄດ້. ທີ່ນີ້ "ມື" ເປັນຕົວແທນເຖິງການກະທຳຂອງຄົນ ຫລື ເຮັດບາງສິ່ງບາງຢ່າງ. ອາດແປໄດ້ອີກວ່າ: "ຂ້ານ້ອຍບໍ່ໄດ້ຄວາມຊົ່ວຊ້າໃດໆຕໍ່ສູ້ພະອົງ, ບໍ່ໄດ້ກະບົດຕໍ່ສູ້ພະອົງດ້ວຍ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-metonymy]])