lo_tn/1sa/22/14.md

4.8 KiB

ໃນບັນດາຂ້າຣາຊະການຂອງພະອົງທັງຫມົດ ມີໃຜແດ່ທີ່ຈະຊື່ສັດຢ່າງດາວິດ ... ຣາຊະວັງຂອງພຣະອົງຫລື?

ຄຳຖາມທີ່ບໍ່ຫວັງຄຳຕອບນີ້ ສາມາດແປໃຫ້ເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: "ບໍ່ມີໃຜໃນບັນດາຂ້າຣາຊະການທີ່ ເປັນຄົນສັດຊື່ເຫມືອນດາວິດ ... ຣາຊະວັງຂອງພຣະອົງ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ທະຫານຮັກສາ

ຄົນ ຫລື ກຸ່ມຄົນທີ່ປົກປ້ອງອີກບາງຄົນ

ເປັນຜູ້ມີກຽດໃນຣາຊະວັງຂອງພະອົງ

ຄຳວ່າ "ຣາຊະວັງ" ເປັນການປຽບທຽບສຳລັບຄອບຄົວທີ່ ອາໄສຢູ່ໃນຣາຊະວັງ. ສາມາດແປໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ເປັນຜູ້ທີ່ໄດ້ຮັບກຽດໃນຄອບຄົວຂອງພະອົງ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-activepassive]])

ວັນນີ້ ເປັນຄັ້ງທຳອິດທີ່ຂ້ານ້ອຍໄດ້ຂໍຕໍ່ພຣະເຈົ້າໃຫ້ຊ່ວຍລາວຈິງຫລື?

ອາຫີເມເລັກຖາມຕົວລາວເອງ ຄຳຖາມນີ້ຕໍ່ຫນ້າໂຊນ ເພື່ອໃຫ້ໂຊນສາມາດຖາມມາໄດ້, ແລ້ວທັງທີ່ທັນໃດຈະໄດ້ຮັບຄຳຕອບ. ຄຳຖາມທີ່ບໍ່ຫວັງຄຳຕອບນີ້ ສາມາດແປໃຫ້ເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: "ນີ້ບໍ່ແມ່ນເທື່ອທຳອິດທີ່ຂ້ານ້ອຍໄດ້ອະທິຖານຕໍ່ພຣະເຈົ້າເພື່ອຊ່ວຍດາວິດ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຂ້ານ້ອຍບໍ່ເປັນແບບນັ້ນແນ່ນອນ!

ສຳນວນນີ້ຫມາຍຄວາມວ່າ "ບໍ່ເປັນຢ່າງນັ້ນຢ່າງແນ່ນອນ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຂໍຢ່າໃຫ້ກະສັດໄດ້ກ່າວໂທດຢ່າງຫນຶ່ງຢ່າງໃດຕໍ່ຜູ້ຮັບໃຊ້ຂອງພະອົງ ຫລືຕໍ່ເຊື້ອສາຍທັງປວງຂອງບິດາຂອງຂ້ານ້ອຍເລີຍ. ເພາະຜູ້ຮັບໃຊ້ຂອງພະອົງບໍ່ຮູ້ເລື່ອງທັງຫມົດນີ້ເລີຍ

ອາຫິເມເລັກເວົ້າເຫມືອນກັບວ່າ ຕົວລາວເອງເປັນບຸກຄົນທີ່ສາມເຫມືອນເປັນ "ຜູ້ຮັບໃຊ້" ອາຫິເມເລັກຍັງຫມາຍເຖິງໂຊນເປັນບຸກຄົນທີ່ສາມດ້ວຍ ເຫມືອນຄຳວ່າ "ກະສັດ." ອາຫິເມເລັກເວົ້າໃນວິທີທາງນີ້ ເພື່ອສະແດງໃຫ້ເຫັນວ່າ ມີຄວາມເຄົາລົບນັບຖືໂຊນ. ອາດແປໄດ້ອີກວ່າ: "ຂໍຄວາມກະລຸນາເຖີດ, ກະສັດໂຊນ, ຢ່າໄດ້ຖືວ່າຂ້ານ້ອຍ, ຜູ້ຮັບໃຊ້ຂອງພະອົງ, ຫລື ຜູ້ໃດກໍຕາມໃນເຮືອນຂອງບິດາຂອງຂ້ານ້ອຍມີຄວາມຜິດເລີຍ, ເພາະຂ້ານ້ອຍບໍ່ຮູ້ເລື່ອງນີ້ເລີຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-123person)

ກ່າວໂທດ

ຖືວ່າບາງຄົນມີຄວາມຜິດ

ເຊື້ອສາຍທັງປວງຂອງບິດາຂອງຂ້ານ້ອຍ

ໃນນີ້ຄຳວ່າ "ເຮືອນ" ເປັນຕົວແທນເຖິງ "ຄອບຄົວ" ອາດແປໄດ້ອີກວ່າ: "ເຖິງຄອບຄົວທັງຫມົດຂອງບິດາຂອງຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)