lo_tn/1sa/20/41.md

1.5 KiB

ກອງຫີນ

ເບິ່ງຄືວ່າ ດາວິດລີ້ຢູ່ດ້ານຫລັງຂອງກອງກ້ອນຫີນ.

ກົ້ມຂາບລົງເຖິງດິນ, ແລະໄດ້ໂຄ້ງຄຳນັບລົງສາມຄັ້ງ

ດາວິດກົ້ມຂາບລົງຕໍ່ຫນ້າໂຢນາທານ, ຜູ້ທີ່ຍັງເປັນລູກຊາຍຂອງກະສັດ, ຜູ້ທີ່ສົມຄວນໄດ້ຮັບຄວາມເຄົາລົບນັບຖື. ນີ້ແມ່ນຄັ້ງສຸດທ້າຍທີ່ ດາວິດພົບກັບໂຢນາທານ.

ຂໍໃຫ້ພຣະຢາເວຊົງຢູ່ລະຫວ່າງຂ້ອຍກັບເຈົ້າ

ຄວາມຫມາຍທີ່ອາດເປັນໄປໄດ້ 1) "ພຣະຢາເວເປັນພະຍານລະຫວ່າງເຈົ້າແລະຂ້ອຍ" ຫລື "ພຣະຢາເວຈະເປັນຜູ້ເບິ່ງ ວິທີທີ່ພວກເຮົາປະຕິບັດຕໍ່ກັນ ແລະ ກັນ" ຫລື 2) "ຂໍພຣະຢາເວເປັນພະຍານລະຫວ່າງເຈົ້າແລະຂ້ອຍ" ຫລື "ຂໍພຣະຢາເວເບິ່ງວິທີທີ່ພວກເຮົາປະຕິບັດຕໍ່ກັນແລະກັນ." ການແປນີ້ເຫມືອນກັນກັບໃນ 20:22.