lo_tn/1sa/20/30.md

3.3 KiB

ຄວາມໂກດຮ້າຍກໍພຸ່ງຂຶ້ນຕໍ່ໂຢນາທາ

ໃນນີ້ຄຳວ່າ "ຄວາມໂກດກໍພຸ່ງຂຶ້ນ" ເປັນການປຽບທຽບ ທີ່ຫມາຍຄວາມວ່າ ມີຄວາມໂກດຮ້າຍຫລາຍທີ່ສຸດ. ອາດແປໄດ້ອີກວ່າ: "ໂຊນໂກດຮ້າຍຫລາຍທີ່ສຸດກັບໂຢນາທານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເຈົ້າເປັນລູກຊາຍຂອງຍິງຜິດສິລະທັມ ແລະ ກະບົດ!

ນີ້ແມ່ນສຳນວນ. ໂຊນໃຊ້ສຳນວນນີ້ ເພື່ອຕັກຕອນໂຢນາທານຢ່າງຮຸນແຮງທີ່ສຸດ ແລະ ຄວາມກັງວົນຂອງພະອົງສຳລັບດາວິດ. ອາດແປໄດ້ອີກວ່າ: "ເຈົ້າເປັນລູກຊາຍທີ່ໂງ່ຈ້າ ເປັນລູກຂອງຍິງໂສເພນີ" ຫລື "ເຈົ້າເປັນກະບົດທີ່ໂງ່ຈ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ເຮົາບໍ່ຮູ້ຫລືວ່າ ເຈົ້າໄດ້ເລືອກບຸດເຢຊີ ... ແມ່ຜູ້ໃຫ້ກຳເນີດເຈົ້າ?

ໂຊນໃຊ້ຄຳຖາມນີ້ເພື່ອ ເນັ້ນຫນັກໃຫ້ເຫັນວ່າ ລາວຮູ້ວ່າໂຊນ ແລະ ດາວິດເປັນມິດສະຫາຍກັນ. ຄຳຖາມທີ່ບໍ່ຫວັງຄຳຕອບນີ້ ສາມາດແປໃຫ້ເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: "ເຮົາຮູ້ວ່າ ເຈົ້າໄດ້ເລືອກລູກຊາຍຂອງເຢຊີ ... ແມ່ຜູ້ໃຫ້ກຳເນີດເຈົ້າ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ມາເປັນຄວາມອັບອາຍແກ່ເຈົ້າເອງ, ແລະແກ່ແມ່ຜູ້ໃຫ້ກຳເນີດເຈົ້າ

ໃນນີ້ຄຳວ່າ "ແມ່ຜູ້ໃຫ້ກຳເນີດເຈົ້າ" ເປັນສຳນວນທີ່ ຫມາຍຄວາມວ່າ ແມ່ນຜູ້ທີ່ໃຫ້ກຳເນີດເຈົ້າ. ອາດແປໄດ້ອີກວ່າ: "ມາເປັນຄວາມອັບອາຍຂອງແມ່ຜູ້ໃຫ້ກຳເນີດເຈົ້າເອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ໂຕເຈົ້າຫລືຣາຊະອາຈັກຂອງເຈົ້າຈະຕັ້ງຫມັ້ນຢູ່ບໍ່ໄດ້

ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ເຈົ້າຈະບໍ່ສາມາດເປັນກະສັດໄດ້ ແລະຈະບໍ່ສາມາດກໍ່ຕັ້ງຣາຊະອາຈັກຂອງເຈົ້າເອງໄດ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)