lo_tn/1sa/20/08.md

3.2 KiB

ປະໂຫຍກເຊື່ອມຕໍ່:

ດາວິດສືບຕໍ່ເວົ້າກັບໂຢນາທານ.

ແກ່ຜູ້ຮັບໃຊ້ຂອງທ່ານດ້ວຍ ... ໄດ້ນຳຜູ້ຮັບໃຊ້ຂອງທ່ານ

ດາວິດເວົ້າເຫມືອນກັບວ່າ ລາວເປັນບຸກຄົນທີສາມ ໃນຮູບແບບຂອງການຖ່ອມຕົວຖ່ອມໃຈ. ອາດແປໄດ້ອີກວ່າ: "ກັບຂ້ານ້ອຍ, ຜູ້ຮັບໃຊ້ຂອງທ່ານ ... ໄດ້ນຳຂ້ານ້ອຍ, ຜູ້ຮັບໃຊ້ຂອງທ່ານ" ຫລື "ກັບຂ້ານ້ອຍ​ ... ໄດ້ນຳຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-pronouns)

ທ່ານໄດ້ນຳຜູ້ຮັບໃຊ້ຂອງທ່ານເຂົ້າສູ່ພັນທະສັນຍາແຫ່ງພຣະຢາເວກັບທ່ານ.

ສິ່ງນີ້ໄດ້ເກີດຂຶ້ນຄື ຊາຍທັງສອງໄດ້ເຮັດຂໍ້ຕົກລົງກັນ ສາມາດເຮັດໃຫ້ແຈ່ມແຈ້ງໄດ້. ອາດແປໄດ້ອີກວ່າ: "ພຣະຢາເວຍິນພວກເຮົາ ເມື່ອພວກເຮົາເຮັດຂໍ້ຕົກລົງຢ່າງຫນັກເຫນັ້ນກັບຂ້ານ້ອຍ, ວ່າທັງທ່ານ ແລະຂ້ານ້ອຍຈະເປັນມິດສະຫາຍທີ່ດີຕໍ່ກັນສະເຫມີໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ເປັນຫຍັງທ່ານຈະນຳຂ້າພະເຈົ້າໃຫ້ພໍ່ຂອງທ່ານຫລື?

ນີ້ແມ່ນຄຳຖາມທີ່ບໍ່ຫວັງຄຳຕອບ ສາມາດແປໄດ້ໃຫ້ເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: "ແລ້ວຈະບໍ່ມີເຫດຜົນຫຍັງ ສຳລັບທ່ານ ທີ່ຈະນຳຂ້ານ້ອຍໄປໃຫ້ພໍ່ຂອງທ່ານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຢ່າໃຫ້ເປັນຢ່າງນັ້ນສຳລັບເຈົ້າເລີຍ!

ນີ້ແມ່ນສຳນວນທີ່ ຫມາຍຄວາມວ່າ ມັນຈະບໍ່ເກີດຂຶ້ນກັບເຈົ້າຢ່າງແນ່ນອນ. ອາດແປໄດ້ອີກວ່າ: "ນີ້ຈະບໍ່ເກີດຂຶ້ນກັບເຈົ້າຢ່າງແນ່ນອນ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ເຮົາຈະບໍ່ບອກເຈົ້າຫລື?

ຄຳຖາມທີ່ບໍ່ຫວັງຄຳຕອບນີ້ ສາມາດແປໃຫ້ເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: "ເຮົາຈະບອກເຈົ້າຢ່າງແນ່ນອນ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)