lo_tn/1sa/20/01.md

3.7 KiB

ຂ້າພະເຈົ້າໄດ້ເຮັດສິ່ງໃດຫລື? ມີຫຍັງເປັນຄວາມຜິດຂອງຂ້າພະເຈົ້າຫລື? ຂ້າພະເຈົ້ໄດ້ເຮັດບາບອັນໃດຕໍ່ບິດາຂອງທ່ານ, ພະອົງຈຶ່ງຕ້ອງການເອົາຊີວິດຂອງຂ້າພະເຈົ້າ?

ສາມຄຳຖາມເຫລົ່ານີ້ແມ່ນມີຄວາມຫມາຍທີ່ຄືກັນ. ດາວິດໃຊ້ເພື່ອເນັ້ນຫນັກໃຫ້ເຫັນວ່າ ລາວບໍ່ໄດ້ຫຍັງຜິດຕໍ່ໂຊນເລີຍ. ຄຳຖາມທີ່ບໍ່ຫວັງຄຳຕອບນີ້ ສາມາດແປໃຫ້ເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: "ຂ້າພະເຈົ້າບໍ່ໄດ້ເຮັດຫຍັງຜິດ. ຂ້າພະເຈົ້າບໍ່ກະທຳສິ່ງຜິດໃດໆ. ຂ້າພະເຈົ້າບໍ່ໄດ້ເຮັດບາບຕໍ່ສູ້ບິດາຂອງທ່ານ. ພະອົງບໍ່ມີເຫດຜົນທີ່ຈະເອົາຊີວິດຂອງຂ້າພະເຈົ້າ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-rquestion]])

ພະອົງຈຶ່ງຕ້ອງການເອົາຊີວິດຂອງຂ້າພະເຈົ້າ?

ທີ່ນີ "ເອົາຊີວິດຂອງຂ້າພະເຈົ້າ" ເປັນສຳນວນສຳລັບ "ປະຫານຊີວິດຂ້າພະເຈົ້າ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ບໍ່ແມ່ນຢ່າງນັ້ນແນ່ນອນ

ທີ່ນີ້ "ບໍ່ແມ່ນຢ່າງນັ້ນແນ່ນອນ" ເປັນສຳນວນທີ່ຫມາຍຄວາມວ່າ ບໍ່ແມ່ນຄວາມຈິງດອກ. ອາດແປໄດ້ອີກວ່າ: "ນີ້ບໍ່ແມ່ນຄວາມຈິງຢ່າງແນ່ນອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ເລື່ອງໃຫຍ່ຫລືເລື່ອງນ້ອຍອັນໃດ

ຄຳວ່າ "ໃຫຍ່ ຫລື ນ້ອຍ" ລວມທັງທຸກສິ່ງທຸກຢ່າງຢູ່ໃນລະຫວ່າງກາງດ້ວຍ. ອາດແປໄດ້ອີກວ່າ: "ບໍ່ມີສິ່ງໃດອີກແລ້ວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-merism)

ເປັນຫຍັງພໍ່ຈະປິດບັງເລື່ອງນີ້ຈາກເຮົາຫລື?

ໂຢນາທານໃຊ້ຄຳຖາມນີ້ ເພື່ອເນັ້ນຫນັກໃຫ້ເຫັນວ່າ ໂຊນຈະບອກລາວທຸກຢ່າງ ຖ້າລາວວາງແຜນທີ່ຈະຂ້າດາວິດ. ຄຳຖາມທີ່ບໍ່ຫວັງຄຳຕອບນີ້ ສາມາດແປໃຫ້ເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: "ພໍ່ບໍ່ມີເຫດຜົນທີ່ຈະປິດບັງສິ່ງນີ້ຈາກເຮົາ" ຫລື "ຖ້າສິ່ງນີ້ແມ່ນຄວາມຈິງ, ພໍ່ຈະໃຫ້ຂ້ອຍຮູ້ນຳ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ບໍ່ເປັນດັ່ງນັ້ນແນ່ນອນ

"ມັນບໍ່ແມ່ນຄວາມຈິງດອກ"