lo_tn/1sa/19/16.md

2.2 KiB

ຂົນແບ້ເທິງຫມອນ

ການແປນີ້ເຫມືອນກັນກັບໃນ 19:12.

ນີ້ເດ່

ຄຳວ່າ "ນີ້ເດ່" ທີ່ນີ້ສະແດງເຖິງວ່າ ຜູ້ສົ່ງຂ່າວແປກໃຈໃນສິ່ງທີ່ພວກເຂົາເຫັນ.

ເປັນຫຍັງເຈົ້າຈຶ່ງໄດ້ຫລອກລວງເຮົາ ແລະປ່ອຍສັດຕຣູຂອງເຮົາໄປເສຍ, ດັ່ງນັ້ນເຂົາຈຶ່ງໄດ້ຫນີໄປ?

ຄວາມຫມາຍທີ່ອາດເປັນໄປໄດ້ 1) ໂຊນຕ້ອງການທີຈະຮູ້ຢ່າງແທ້ຈິງວ່າ ຍ້ອນຫຍັງມີຄາເຮັດຈຶ່ງເຮັດໃນສິ່ງທີ່ນາງໄດ້ເຮັດນັ້ນ ຫລື 2) ໂຊນໃຊ້ຄຳຖາມນີ້ເພື່ອເຕືອນມີຄາ. ຄຳຖາມທີ່ບໍ່ຫວັງຄຳຕອບນີ້ສາມາດແປໃຫ້ເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: "ເຈົ້າບໍ່ຄວນຫລອກລວງເຮົາ ແລະປ່ອຍໃຫ້ສັດຕຣູຂອງຂ້ອຍໄປ, ເພື່ອເຮັດໃຫ້ລາວຫນີໄປໄດ້." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຈົ່ງປ່ອຍຂ້ານ້ອຍໄປ. ຄວນຫລືທີ່ຂ້ານ້ອຍຈະຂ້າເຈົ້າເສຍ?

ເຖິງແມ່ນວ່າແທ້ທີ່ຈິງແລ້ວດາວິດບໍ່ໄດ້ເວົ້າສິ່ງນີ້, ມີຄາບອກໂຊນວ່າດາວິດຖາມນາງດ້ວຍຄຳຖາມນີ້. ຄຳຖາມທີ່ບໍ່ຫວັງຄຳຕອບນີ້ ສາມາດແປໃຫ້ເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: "ຂ້ອຍຈະຂ້າເຈົ້າ ຖ້າເຈົ້າບໍ່ຊ່ວຍຂ້ອຍໃຫ້ຫນີໄປ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)