lo_tn/1sa/19/04.md

2.3 KiB

ຂໍຢ່າໃຫ້ກະສັດເຮັດບາບຕໍ່ດາວິດຜູ້ຮັບໃຊ້ຂອງພະອົງເລີຍ

ໂຢນາທານເວົ້າເຫມືອນກັບວ່າໂຊນເປັນອີກຄົນອຶ່ນ ເພື່ອສະແດງເຖິງໂຊນວ່າໂຢນາທານເຄົາລົບນັບຖືໂຊນ. ອາດແປໄດ້ອີກວ່າ: "ຢ່າໄດ້ເຮັດບາບຕໍ່ສູ້ຜູ້ຮັບໃຊ້ຂອງພະອົງເລີຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-pronouns)

ລາວໄດ້ສ່ຽງຊີວິດຂອງລາວ

ທີ່ນີ້ "ສ່ຽງຊີວິດຂອງລາວ" ເປັນສຳນວນເຖິງການສ່ຽງຕໍ່ຖືກທຳລາຍຊີວິດຂອງລາວເອງ. ອາດແປໄດ້ອີກວ່າ: "ລາວໄດ້ສ່ຽງຊີວິດຂອງລາວເອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ເປັນຫຍັງພະອົງຈະເຮັດບາບຕໍ່ເລືອດທີ່ໄຮ້ຄວາມຜິດໂດຍການຂ້າດາວິດເສຍຢ່າງບໍ່ມີເຫດຜົນ?

ໂຢນາທານຖາມຄຳຖາມນີ້ເພື່ອເຕືອນໂຊນ. ຄຳຖາມທີ່ບໍ່ຫວັງຄຳຕອບນີ້ສາມາດແປໃຫ້ເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: "ທ່ານບໍ່ຄວນເຮັດບາບຕໍ່ເລືອດທີ່ໄຮ້ຄວາມຜິດ ແລະຂ້າດາວິດໂດຍບໍ່ມີເຫດຜົນເລີຍ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເຮັດບາບຕໍ່ເລືອດທີ່ໄຮ້ຄວາມຜິດ

ທີ່ນີ້ "ເລືອດ" ເປັນການປຽບທຽບສຳລັບຊີວິດຄົນທີ່ບໍ່ມີຄວາມຜິດ. ອາດແປໄດ້ອີກວ່າ: "ເຮັດບາບໂດຍການຂ້າຄົນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)