lo_tn/1sa/17/46.md

3.8 KiB

ປະໂຫຍກເຊື່ອມຕໍ່:

ດາວິດສືບຕໍ່ເວົ້າກັບໂກລີອາດ.

ຂ້ານ້ອຍຈະຂ້າເຈົ້າ ... ໃຫ້ແກ່ນົກ ... ແລະ ແກ່ສັດປ່າທັງຫລາຍແຫ່ງແຜ່ນດິນໂລກ

ດາວິດເວົ້າເຫມືອນກັບວ່າ ການນຳຊາວອິດສະຣາເອນຂ້າຊາວຟິລິດສະຕິນ ແລະປ່ອຍໃຫ້ຊາກສົບຂອງພວກເຂົາ ໄວ້ເທິງພື້ນດິນ ເພື່ອສັດຈະໄດ້ກິນພວກເຂົາ ເຫມືອນກັບວ່າ ລາວໄດ້ມອບຮ່າງກາຍຂອງພວກເຂົາໃຫ້ແກ່ບັນດາສັດປ່າ. ອາດແປໄດ້ອີກວ່າ: "ພວກເຮົາຊາວອິດສະຣາເອນຈະຂ້າທະຫານຊາວຟີລິດສະຕິນ, ແລະນົກໃນອາກາດ ແລະ ບັນດາສັດປ່າແຫ່ງແຜ່ນດິນໂລກຈະກິນພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເພື່ອທັງໂລກຈະຮູ້ວ່າ

ຄຳວ່າ "ໂລກ" ອ້າງອິງເຖິງປະຊາຊົນຊາວໂລກ. ອາດແປໄດ້ອີກວ່າ: "ປະຊາຊົນຊາວໂລກທັງຫມົດຈະໄດ້ຮູ້ວ່າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພຣະຢາເວບໍ່ໄດ້ປະທານຊັຍຊະນະດ້ວຍດາບຫລືຫອກ

ດາບ ແລະ ຫອກເປັນການໃຫ້ຕົວຢ່າງເຖິງອາວຸດສົງຄາມ. ພວກມັນເປັນຕົວແທນເຖິງວິທີຕ່າງໆທີ່ມະນຸດໃຊ້ເພື່ອຕໍ່ສູ້ກັນ. ອາດແປໄດ້ອີກວ່າ: "ໄຊຊະນະທີ່ພຣະຢາເວປຣະທານໃຫ້ນັ້ນ ບໍ່ຂຶ້ນກັບດາບ ຫລື ຫອກ" ຫລື "ເມື່ອພຣະຢາເວປຣະທານໄຊຊະນະໃຫ້ພວກເຮົານັ້ນ, ພຣະອົງບໍ່ໄດ້ຂຶ້ນກັບວິທີການທີ່ພວກເຮົາຕໍ່ສູ້ນີ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຮົບຄັ້ງນີ້ເປັນຂອງພຣະຢາເວ

ໄຊຊະນະໃນສົງຄາມເຫມືອນກັບວ່າຖືກເປັນເຈົ້າຂອງ. ອາດແປໄດ້ອີກວ່າ: "ພຣະຢາເວມອບໄຊຊະນະໃນສົງຄາມຕະຫລອດ" ຫລື "ໄຊຊະນະເປັນຂອງພຣະຢາເວແລ້ວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພຣະອົງຈະຊົງມອບພວກທ່ານໄວ້ໃນມືຂອງພວກເຮົາ

ການມອບຊາວຟີລິດສະຕິນໄວ້ໃນມືຂອງຊາວອິດສະຣາເອນເປັນຕົວແທນເຖິງການຊ່ວຍເຫລືອອິດສະຣາເອນເພື່ອໃຫ້ ເອົາຊະນະຟີລິດສະຕິນໃນສົງຄາມ. ອາດແປໄດ້ອີກວ່າ: "ພຣະອົງຈະຊ່ວຍເຫລືອພວກເຮົາທີ່ຈະເອົາຊະນະພວກເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)