lo_tn/1sa/17/28.md

3.5 KiB
Raw Permalink Blame History

ເອລີອາບກໍໄດ້ໂກດຮ້າຍດາວິດ

ຄວາມໂກດຮ້າຍນີ້ເວົ້າເຫມືອນກັບວ່າມັນເປັນໄຟ ທີ່ສາມາດເຜົາຜານໄດ້. ອາດແປໄດ້ອີກວ່າ: "ເອລີອາບກໍໄດ້ໂກດຮ້າຍຕໍ່ດາວິດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຈົ້າລົງມາທີ່ນີ້ເຮັດຫຍັງ?

ເອລີອາບໃຊ້ຄຳຖາມນີ້ ສະແດງໃຫ້ເຫັນວ່າລາວໃຈຮ້າຍ ທີ່ດາວິດໄດ້ລົງມາ. ລາວຫມາຍຄວາມວ່າ ດາວິດບໍ່ມີເຫດຜົນທີ່ດີສຳລັບການມາຂອງລາວ. ອາດແປໄດ້ອີກວ່າ: "ເຈົ້າບໍ່ມີເຫດຜົນທີ່ດີໃນການມາທີ່ນີ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເຈົ້າໄດ້ປະຖິ້ມແກະຈຳນວນຫນ້ອຍດຽວໄວ້ກັບໃຜໃນຖິ່ນແຫ້ງແລ້ງກັນດານນັ້ນ?

ເອລີອາບໃຊ້ຄຳຖາມນີ້ ເພື່ອດູຖູກດາວິດ ໂດຍການເຮັດວຽກຂອງລາວນັ້ນເບິ່ງຄືວ່າບໍ່ສຳຄັນ ແລະ ໂດຍກ່າວໂທດລາວວ່າ ບໍ່ໄດ້ດູແລແກະຂອງພໍ່ຂອງລາວ. ອາດແປໄດ້ອີກວ່າ: "ເຈົ້າມີຄວາມຮັບຜິດໃນການເບິ່ງແຍງແກະຈຳນວນຫນ້ອຍດຽວໃນຖິ່ນແຫ້ງແລ້ງກັນດານ. ເຈົ້າບໍ່ສາມາດເຮັດໃຫ້ລ້ອນຫນ້າທີ່ ທີ່ຄວາມຮັບຜິດທຳມະດານັ້ນ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຂ້ອຍເອງຮູ້ເຖິງຄວາມອວດດີຂອງເຈົ້າ, ແລະຄວາມຄິດຊົ່ວໃນໃຈຂອງເຈົ້າ

ສອງວະລີເຫລົ່ານີ້ ພື້ນຖານແລ້ວຄວາມຫມາຍຄືກັນ ແລະ ເຊື່ອມຕໍ່ກັນເພື່ອເນັ້ນຫນັກ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ຕອນນີ້ຂ້ອຍໄດ້ເຮັດຫຍັງຫລືຍັງ? ຂ້ອຍກໍພຽງແຕ່ຖາມບໍ່ແມ່ນຫລື?

ດາວິດໃຊ້ຄຳຖາມນີ້ເພື່ອສະແດງໃຫ້ເຫັນເຖິງ ຄວາມຜິດຫວັງ ແລະ ຄວາມບໍ່ຍຸດຕິທຳຕໍ່ຕົວລາວເອງ. ອາດແປໄດ້ອີກວ່າ: "ຂ້ອຍບໍ່ໄດ້ຫຍັງຜິດ. ຂ້ອຍພຽງແຕ່ຖາມຄຳຖາມເທົ່ານັ້ນ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ລາວຈຶ່ງໄດ້ຫັນໄປຫາຄົນອຶ່ນເສຍ

"ລາວ" ອ້າງອິງເຖິງດາວິດ ແລະ ຄຳວ່າ "ລາວ" ອ້າງອິງເຖິງເອລີອາບ.