lo_tn/1sa/17/08.md

1.6 KiB

ເປັນຫຍັງພວກເຈົ້າອອກມາເພື່ອຕຽມເຮັດສົງຄາມ?

"ເປັນຫຍັງພວກເຈົ້າອອກມາເພື່ອຕຽມເຮັດສົງຄາມຕໍ່ສູ້ພວກເຮົາ?" ໂກລີອາດໃຊ້ຄຳຖາມນີ້ເພື່ອເຕືອນຊາວອິດສະຣາເອນ. ອາດແປໄດ້ອີກວ່າ: "ພວກເຈົ້າໂງ່ແລ້ວ ຖ້າພວກເຈົ້າຄິດວ່າ ພວກເຈົ້າສາມາດເຮັດສົງຄາມຕໍ່ສູ້ພວກເຮົາ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເຮົາບໍ່ແມ່ນຄົນຟີລິດສະຕິນຫລື, ແລະພວກເຈົ້າກໍເປັນຂ້າຮັບໃຊ້ຂອງໂຊນບໍ່ແມ່ນບໍ?

ໂກລີອາດໃຊ້ຄຳຖາມນີ້ເພື່ອເຕືອນຊາວອິດສະຣາເອນ. ເມື່ອລາວເວົ້າວ່າ ລາວເປັນຄົນຟີລິດສະຕິນ, ລາວກຳລັງຫມາຍຄວາມວ່າ ລາວເປັນຄົນເຂັ້ມແຂງ. ອາດແປໄດ້ອີກວ່າ: "ຂ້ອຍເປັນຄົນຟີລິດສະຕິນຜູ້ຍິ່ງໃຫຍ່, ແລະພວກເຈົ້າເປັນຂ້າຮັບໃຊ້ຂອງໂຊນ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)