lo_tn/1sa/16/13.md

1.7 KiB

ເຂົາສັດທີ່ມີນໍ້າມັນ

ຖ້ອຍຄຳທີ່ວ່າ "ເຂົາສັດ" ເປັນບາງເວລາທີ່ຖືກໃຊ້ ເພື່ອຫມາຍວ່າ "ແກ້ວຄໍຍາວ" ທີ່ເປັນຮູບຮ່າງທີ່ເຫມືອນເຂົາ ແລະ ຖືກໃຊ້ເພື່ອບັນຈຸນໍ້າ ຫລື ນໍ້າມັນ. ແກ້ວຂອງນໍ້າມັນຖືກໃຊ້ເພື່ອເຈີມກະສັດ. ເບິ່ງວິທີການແປນີ້ທີ່ສຳນວນຄ້າຍຄືກັນໃນ 16:1.

ຊາມູເອນກໍໄດ້ລຸກຂຶ້ນ ແລະ ໄດ້ກັບໄປທີ່

ມັນຫມາຍຄວາມວ່າລາວໄດ້ລຸກຂຶ້ນຫລັງຈາກທີ່ພວກເຂົາໄດ້ນັ່ງລົງກິນແລ້ວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ພຣະວິນຍານຂອງພຣະຢາເວໄດ້ສວມທັບດາວິດ

ວະລີທີ່ວ່າ "ສວມທັບ" ຫມາຍຄວາມວ່າ ພຣະວິນຍານຂອງພຣະຢາເວຄວບຄຸມດາວິດ. ໃນກໍລະນີນີ້ມັນຫມາຍຄວາມວ່າ ພຣະອົງເຮັດໃຫ້ດາວິດເຕີມເຕັມສິ່ງທີ່ພຣະຢາເວ ຕ້ອງການໃຫ້ລາວເຮັດນັ້ນ. ເບິ່ງວິທີການແປນີ້ ທີ່ສຳນວນຄ້າຍຄືກັນໃນ 10:5.