lo_tn/1sa/14/45.md

2.2 KiB

ຂໍ້ມູນທົ່ວໄປ:

ທະຫານປ້ອງກັນ ແລະປົກປ້ອງໂຢນາທານຈາກໂຊນ.

ໂຢນາທານສົມຄວນຕາຍຫລື, ຜູ້ທີ່ໄດ້ນຳໄຊຊະນະຢ່າງຍິ່ງໃຫຍ່ມາສູ່ອິດສະຣາເອນ? ຢ່າໃຫ້ເປັນຢ່າງນັ້ນເລີຍ!

ປະຊາຊົນໄດ້ຕຳຫນິໂຊນ. ນີ້ແມ່ນຄຳຖາມທີ່ບໍ່ຫວັງຄຳຕອບທີ່ສາມາດແປໃຫ້ເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: "ໂຢນາທານໄດ້ເຮັດສຳເລັດໃນໄຊຊະນະອັນຍິ່ງແກ່ອິດສະຣາເອນ.ລາວບໍ່ສົມຄວນຕາຍຢ່າງແນ່ນອນ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ພຣະຢາເວຊົງພຣະຊົນຢູ່ແນ່ນອນສັນໃດ

ປະຊາຊົນສະແດງໃຫ້ເຫັນຄວາມຫມັ້ນໃຈຂອງພວກເຂົາວ່າ ພວກເຂົາບໍ່ຕ້ອງການໃຫ້ສິ່ງນີ້ເກີດຂຶ້ນກັບໂຢນາທານຢ່າງແນ່ນອນ.

ເສັ້ນຜົມຂອງທ່ານຈັກເສັ້ນຫນຶ່ງຈະບໍ່ຕົກເຖິງດິນ

ນີ້ເປັນການເວົ້າເກີນຄວາມຈິງທີ່ສະແດງໃຫ້ເຫັນວ່າ ປະຊາຊົນອິດສະຣາເອນຕ້ອງການທີ່ຈະປົກປ້ອງໂຢນາທານ ແລະຮັກສາລາວໃຫ້ປອດໄພ. ຄວາມຫມາຍນີ້ສາມາເວົ້າໃຫ້ເປັນໃນຮູບແບບທາງບວກໄດ້. ອາດແປໄດ້ອີກວ່າ: "ພວກເຮົາຈະປົກປ້ອງລາວຈາກການທຳຮ້າຍໃດໆ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-hyperbole]] ແລະ [[rc:///ta/man/translate/figs-litotes]])