lo_tn/1sa/13/19.md

2.5 KiB

ຂໍ້ມູນທົ່ວໄປ

ຜູ້ບັນຍາຍໄດ້ຂ້າມໄປເລົ່າເລື່ອງລາວຂອງຂໍ້ມູນທີ່ເປັນເບື້ອງຫລັງກ່ຽວກັບຊ່າງຕີເຫລັກໃນອິດສະຣາເອນ.

ບໍ່ສາມາດຈະຫາຊ່າງຕີເຫລັກໄດ້

ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ບໍ່ມີໃຜທີ່ສາມາດຊອກຊ່າງຕີເຫລັກໄດ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຊ່າງຕີເຫລັກ

ໃນນີ້ຄຳວ່າ "ຊ່າງຕີເຫລັກ" ອ້າງອິງເຖິງບາງຄົນທີ່ເຮັດ ຫລື ເຮັດຂອງມີຄົມດ້ວຍອຸປະກອນທີ່ເປັນໂລຫະ ແລະ ອາວຸດ.

ແຕ່ລະຄົນໄດ້ຝົນໄຖ

ຄຳວ່າ "ຝົນໄຖ" ອ້າງອິງເຖິງໄຖທີເຮັດມາຈາກໂລຫະທີ່ໃຊ້ ໄຖດິນເພື່ອປຸກພືດພັນ.

ສຽມ ... ຂວານ ... ກ່ຽວ

ເຫລົ່ານີ້ແມ່ນອຸປະກອນເປັນທີ່ຮູ້ຈັກກັນດີສຳລັບເຮັດສວນ.

ສຽມ

"ສຽມ" ເປັນແຜ່ນບາງຄືກັນກັບປີກ, ພ້ອມກັບເປັນແຜ່ນໂລຫະແນວນອນທີ່ໃຊ້ສຳລັບຂຸດດິນທີ່ແຂງໄດ້.

ກ່ຽວ

ເປັນແຜ່ນບາງທີ່ສາມາດຕັດຫຍ້າໄດ້ ແລະກັບກ່ຽວຜົນລະປູກໄດ້.

ສອງສ່ວນສາມເຊເຂັນ

ສ່ວນສາມເຊເຂັນ - ເຊເຂັນຖືກແບ່ງອອກເປັນສາມສ່ວນ, 2 ຂອງ 3 ສ່ວນຖືກມອບໃຫ້. "2/3 ເຊເຂັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-bmoney)

ໄມ້ແສ້ຕີງົວ

"ເອົາຄວາມໂຄ້ງອອກໄປ ແລະ ເຮັດໃຫ້ໄມ້ແສ້ຕີງົວກັບມາຊື່ອີກເທື່ອຫນຶ່ງເພື່ອທີ່ມັນຈະສາມາດໃຊ້ໄດ້"