lo_tn/1sa/13/13.md

2.2 KiB

ພະອົງບໍ່ໄດ້ຮັກສາພຣະບັນຊາຂອງພຣະຢາເວ

ໂຊນຕ້ອງລໍຖ້າຊາມູເອນມາ ແລະ ຖວາຍເຄື່ອງເຜົາບູຊາແດ່ພຣະເຈົ້າ. ພະອົງບໍ່ຄວນປະຕິບັດການຖວາຍບູຊາດ້ວຍພະອົງເອງ.

ສະຖາປະນາການຄອງຣາດຂອງພະອົງ

"ຕັ້ງການຄອງຣາດຂອງພະອົງຂຶ້ນ" ຫລື "ຕັ້ງສິດທິອຳນາດການຄອງຣາດຂອງພະອົງຂຶ້ນ" ຫລື "ແຕ່ງຕັ້ງການຄອງຣາດຂອງພະອົງຂຶ້ນ"

ການຄອງຣາດຂອງພະອົງຈະບໍ່ຕໍ່ເນື່ອງ

ນີ້ແມ່ນການເວົ້າທີ່ສາມາດເວົ້າໃນຮູບແບບທາງບວກໄດ້. ອາດແປໄດ້ອີກວ່າ: "ການຄອງຣາດຂອງພະອົງຈະສິ້ນສຸດໃນໄວໆນີ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-litotes)

ຊາຍອີກຄົນຫນຶ່ງຕາມຊອບພຣະທັຍຂອງພຣະອົງ

ໃນນີ້ຄຳວ່າ "ພຣະທັຍ" ເປັນຕົວແທນເຖິງຄວາມປາຖະຫນາ ຫລື ຄວາມປະສົງ. ວະລີທີ່ວ່າ "ຊາຍອີກຄົນຫນຶ່ງຕາມຊອບພຣະທັຍຂອງພຣະອົງ" ເປັນສຳນວນທີ່ຫມາຍຄວາມວ່າ ຄົນຜູ້ນັ້ນຈະເຮັດຕາມຄວາມປາຖະ ຫນາຂອງພຣະຢາເວ. ອາດແປໄດ້ອີກວ່າ: "ຊາຍຜູ້ທີ່ຈະເຮັດຕາມພຣະອົງຕ້ອງໃຫ້ລາວເຮັດ" ຫລື "ຊາຍຜູ້ນັ້ນຈະເຊື່ອຟັງພຣະອົງ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-idiom]])