lo_tn/1sa/12/10.md

2.6 KiB

ພວກເຂົາກໍໄດ້ຮ້ອງທູນຕໍ່ພຣະຢາເວ

"ພວກເຂົາ" ອ້າງອິງເຖິງຊົນຊາດອິດສະຣາເອນ.

ເຢຣູບບາອານ

ແມ່ນບາງເທື່ອຖືກແປວ່າເຢຣູບບາອານ. ນີ້ແມ່ນຊື່ຂອງການໃຫ້ກຽດ ແລະ ກຳລັງເພື່ອຕໍ່ສູ່ພະເຈົ້າທຽມ.

ພຣະຢາເວຈຶ່ງໄດ້ສົ່ງ ... ໄດ້ໃຫ້ພວກທ່ານໄດ້ຮັບໄຊຊະນະ

ຊາມູເອນເລົ່າເຖິງເລື່ອງລາວຂອງພຣະເຈົ້າທີ່ໄດ້ຊົງກະທຳຫລັງຈາກປະຊາຊົນໄດ້ສາຣະພາບບາບ ແລະ ຂໍຄວາມຊ່ວຍເຫລືອ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ເຢຣູບບາອານ, ເບດານ, ເຢັບທາ, ແລະ ຊາມູເອນ

ເຫລົ່ານີ້ແມ່ນຊື່ຂອງຜູ້ປົກຄອງທີ່ພຣະຢາເວໄດ້ຍົກພວກເຂົາຂຶ້ນ. ຊາມູເອນໄດ້ສະຫລູບຕົວເອງໃນບັນຊີລາຍຊື່ນີ້ດ້ວຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ໄດ້ໄປຮັບໃຊ້ບັນດາພະບາອານ ແລະບັນດາພະອາສະຕາໂຣດ

ການຮັບໃຊ້ນະທີ່ນີ້ແມ່ນອ້າງອິງເຖິງການສະແດງອອກເຖິງການນະມັດສະການຢ່າງເຕັມທີ່ຕໍ່ບັນດາພະເຈົ້າທຽມນັ້ນ. ອາດແປໄດ້ອີກວ່າ: "ໄດ້ນະມັດສະການບັນດາພະເຈົ້າທຽມ ແລະ ບັນດາເທບທິດາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຈາກມືຂອງພວກສັດຕຣູຂອງພວກຂ້ານ້ອຍ

ນີ້ແມ່ນປະໂຫຍກທີ່ໃຊ້ຄຳວ່າ "ມື" ອ້າງອິງເຖິງອຳນາດ. ອາດແປໄດ້ອີກວ່າ: "ອຳນາດ ຫລື ການຄອບຄອງຂອງເຫລົ່າສັດຕຣູຂອງພວກເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)