lo_tn/1sa/10/11.md

3.2 KiB

ເກີດຫຍັງຂຶ້ນກັບລູກຊາຍຂອງກີເຊ?

ຄວາມຫມາຍທີ່ອາດເປັນໄປໄດ້ແມ່ນ 1) ປະຊາຊົນກຳລັງຖາມເອົາຂໍ້ມູນ ຫລື 2) ນີ້ແມ່ນຄຳຖາມທີ່ບໍ່ຫວັງຄຳຕອບທີ່ຫມາຍຄວາມວ່າ ໂຊນບໍ່ສຳຄັນຫຍັງ. ອາດແປໄດ້ອີກວ່າ: "ກີເຊບໍ່ແມ່ນຄົນສຳຄັນ, ດັ່ງນັ້ນບໍ່ສາມາດເປັນຄວາມຈິງໄດ້ວ່າ ລູກຊາຍຂອງລາວຈະກາຍເປັນຜູ້ປະກາດພຣະທຳໄດ້!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ລູກຊາຍຂອງກີເຊ

"ໂຊນ, ເປັນລູກຊາຍຂອງກີເຊ"

ແລ້ວບິດາຂອງພວກເຂົາເປັນໃຜ?

ຊາຍຄົນນີ້ໃຊ້ຄຳຖາມທີ່ບໍ່ຫວັງຄຳຕອບ ເພື່ອເຕືອນປະຊາຊົນວ່າ ເປັນຜູ້ປະກາດພຣະທຳບໍ່ມີສ່ວນກ່ຽວຂ້ອງກັບພໍ່ແມ່ນັ້ນເປັນໃຜ. ຄຳຖາມນີ້ສາມາດແປໃຫ້ເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: "ມັນບໍ່ສຳຄັນວ່າ ຜູ້ເປັນພໍ່ແມ່ຂອງຜູ້ປະກາດພຣະທຳນັ້ນເປັນໃຜ. ສິ່ງທີ່ສຳຄັນຄືຫນ້າປະຫລາດໃຈທີ່, ໂຊນກ່າວຖ້ອຍຄຳທີ່ມາຈາກພຣະເຈົ້າ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ດ້ວຍເຫດນີ້, ກໍກາຍເປັນຄຳກ່າວວ່າ, "ໂຊນເປັນຜູ້ປະກາດພຣະທັມອີກຄົນຫນຶ່ງຫລື?

ນີ້ກາຍເປັນຄຳສຸພາສິດທ່າມກາງຊາວອິດສະຣາເອນ. ປາກົດວ່າປະຊາຊົນເວົ້າຢ່າງນີ້ເພື່ອສະແດງໃຫ້ເຫັນວ່າແປກໃຈເມື່ອຄົນທີ່ບໍ່ຄາດວ່າຈະເຮັດບາງສິ່ງບາງຢ່າງ ທີ່ລາວບໍ່ເຄີຍເຮັດຜ່ານມາ. ຄວາມຫມາຍຂອງຄຳຖາມນີ້ສາມາດເວົ້າໃຫ້ແຈ່ມແຈ້ງຂຶ້ນໄດ້. ອາດແປໄດ້ອີກວ່າ: "ແລະດ້ວຍເຫດນັ້ນ, ເມື່ອປະຊາຊົນບໍ່ສາມາດເຊື່ອບາງລາຍງານນັ້ນ, ພວກເຂົາຄິດກ່ຽວກັບສິ່ງທີ່ເກີດຂຶ້ນກັບໂຊນ ແລະ ເວົ້າວ່າ, "ໂຊນເປັນຫນຶ່ງໃນຜູ້ທຳ ນວາຍແທ້ບໍ?" (ເບິ່ງເພີ່ມເຕີມ: [[rc:///ta/man/translate/writing-proverbs]] ແລະ [[rc:///ta/man/translate/figs-explicit]])