lo_tn/1sa/08/06.md

1.6 KiB

ແຕ່ມັນເຮັດໃຫ້ຊາມູເອນບໍ່ພໍໃຈ ... ຂໍຕັ້ງກະສັດໃຫ້ປົກຄອງພວກເຮົາ

ຊາມູເອນບໍ່ພໍໃຈທີ່ປະຊາຊົນບໍ່ພຽງແຕ່ຕ້ອງການໃຫ້ລູກຊາຍທັງຫລາຍຜູ້ສໍ້ໂກງຂອງລາວໃຫ້ອອກໄປເທົ່ານັ້ນ ແລະ ເພື່ອແຕ່ງຕັ້ງຜູ້ປົກຄອງທີ່ຍຸດຕິທຳ, ແຕ່ພວກເຂົາຕ້ອງກະສັດທີ່ຈະປົກຄອງເຫນືອພວກເຂົາເຫມືອນປະເທດອື່ນໆທີ່ມີ.

ຈົ່ງຟັງສຽງຂອງປະຊາຊົນ

ທີ່ນີ້ "ສຽງ" ແມ່ນຄຳປຽບທຽບສຳລັບຄວາມປະສົງ ຫລື ຄວາມປາຖະຫນາຂອງປະຊາຊົນ. ອາດແປໄດ້ອີກວ່າ: "ຈົ່ງເຮັດສິ່ງທີ່ປະຊາຊົນໄດ້ເວົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ແຕ່ພວກເຂົາໄດ້ປະຕິເສດເຮົາ

ພຣະຢາເວຮູ້ວ່າປະຊາຊົນບໍ່ພຽງແຕ່ປະຕິເສດບັນດາຜູ້ປົກຄອງທີ່ສໍ້ໂກງເທົ່ານັ້ນ, ແຕ່ພວກເຂົາໄດ້ປະຕິເສດພຣະຢາເວ ໃນຖານະເປັນກະສັດຂອງພວກເຂົາ.