lo_tn/1sa/06/19.md

3.3 KiB

ພວກເຂົາໄດ້ເຫັນຂ້າງໃນຫີບພັນທະສັນຍາ

ຫີບພັນທະສັນຍາຖືວ່າບໍຣິສຸດຫລາຍ ຈົນວ່າບໍ່ອະນຸຍາດໃຫ້ຜູ້ເບິ່ງເຂົ້າໄປຂ້າງໃນໄດ້. ພຽງແຕ່ບັນດາປະໂລຫິດຜູ້ທີ່ໄດ້ຮັບອະນຸຍາດໃຫ້ເບິ່ງຫີບພັນທະສັນຍານີ້.

ຜູ້ຊາຍ 50,070 ຄົນ

"ຜູ້ຊາຍຫ້າສິບພັນເຈັດສິບຄົນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-numbers)

ໃຜຈະສາມາດຢືນຢູ່ຕໍ່ພຣະພັກພຣະຢາເວໄດ້, ພຣະເຈົ້າຜູ້ບໍຣິສຸດນີ້?

ຄວາມຫມາທີ່ອາດເປັນໄປໄດ້ 1) ນີ້ແມ່ນຄຳຖາມທີ່ບໍ່ຫວັງຄຳຕອບທີ່ສະແດງອອກໃຫ້ເຫັນຄວາມຢ້ານຂອງປະຊາຊົນຂອງພຣະຢາເວ. ອາດແປໄດ້ອີກວ່າ: "ບໍ່ມີໃຜຈະສາມາດຕໍ່ຕ້ານພຣະຢາເວໄດ້ເພາະວ່າພຣະອົງຊົງບໍຣິສຸດ!" ຫລື 2) ນີ້ແມ່ນຄຳຖາມທີຖາມຫາເພື່ອເອົາຂໍ້ມູນ. ວະລີ "ຢືນຢູ່ຕໍ່ຫນ້າພຣະຢາເວ" ອາດອ້າງອິງເຖິງປະໂລຫິດຜູ້ທີ່ຮັບໃຊ້ພຣະຢາເວ. ມັນຫມາຍຄວາມວ່າປະຊາຊົນກຳລັງເບິ່ງປະໂລຫິດຜູ້ທີ່ພຣະຢາເວໄດ້ອະນຸຍາດໃຫ້ຈັດການກັບຫີບພັນທະສັນຍາ. ອາດແປໄດ້ອີກວ່າ: "ມີປະໂລຫິດທ່າມກາງພວກເຮົາຜູ້ທີ່ຮັບໃຊ້ພຣະເຈົ້າຜູ້ບໍຣິສຸດນີ້. ພຣະຢາເວ, ແລະສາມາດທີ່ຈະຈັດການກັບຫີບພັນທະສັນຍານີ້ໄດ້?" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-rquestion]] ແລະ [[rc:///ta/man/translate/figs-explicit]])

ຫີບຈະໄປຫາຜູ້ໃດ ເມື່ອໄປຈາກພວກເຮົາແລ້ວ?

ນີ້ແມ່ນຄຳຖາມທີ່ຖາມເພື່ອຫາຂໍ້ມູນ. ມັນຫມາຍຄວາມວ່າປະຊາຊົນຕ້ອງການໃຫ້ພຣະຢາເວ ແລະ ຫີບພັນທະສັນຍາຈະໄປບ່ອນໃດຫນຶ່ງຊຶ່ງເປັນບ່ອນອຶ່ນເພື່ອວ່າພຣະອົງຈະບໍ່ລົງໂທດພວກເຂົາອີກ. ອາດແປໄດ້ອີກວ່າ: "ບ່ອນໃດທີ່ພວກເຮົາຈະສົ່ງຫີບພັນທະສັນຍາໄປນັ້ນເພື່ອວ່າພຣະຢາເວຈະບໍ່ລົງໂທດພວກເຮົາອີກ? (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)