lo_tn/1sa/06/05.md

4.7 KiB

ແບບຈຳລອງ

ແບບຈຳລອງແມ່ນບາງສິ່ງບາງຢ່າງທີ່ເບິ່ງຄືຂອງແທ້.

ຮູບຝີ

ຄວາມຫມາຍທີ່ອາດເປັນໄປໄດ້ 1)ຄວາມເຈັບປວດຂອງການບວມໂພງພາຍໃຕ້ຜິວຫນັງ ຫລື 2) ອາການເລືອດໄຫລອອກບໍ່ຢຸດ. (ເບິ່ງວິທີການແປນີ້ເພີ່ມເຕີມໃນ 5:6.

ຊຶ່ງທຳລາຍ

"ວ່າເປັນການທຳລາຍ"

ພຣະເຈົ້າແຫ່ງອິດສະຣາເອນ

ຄວາມຫມາຍທີ່ອາດເປັນໄປໄດ້ 1) ພວກເຂົາເວົ້າໃຫ້ເຫມາະສົມກັບພຣະນາມຂອງພຣະເຈົ້າຂອງອິດສະຣາເອນ ຫລື 2) ພວກເຂົາເຊື່ອວ່າອິດສະຣາເອນໄດ້ນະມັດສະການຫນຶ່ງໃນບັນດາພະເຈົ້າຕ່າງໆ, "ພະເຈົ້າຂອງອິດສະຣາເອນ." ເບິ່ງວິທີການແປນີ້ເພີ່ມເຕີມໃນ 5:6.

ຈະຍົກພຣະຫັດຂອງພຣະອົງຈາກພວກເຈົ້າ, ຈາກບັນດາພະເຈົ້າຂອງພວກເຈົ້າ, ແລະຈາກແຜ່ນດິນຂອງພວກເຈົ້າ

ທີ່ນີ້ຄຳວ່າ "ພຣະຫັດ" ເປັນການປຽບທຽບເພື່ອໃຊ້ເປັນຕົວແທນຣິດອຳນາດຂອງພຣະເຈົ້າທີ່ເຮັດໃຫ້ເຈັບປວດ ຫລື ຕີສອນ. ອາດແປໄດ້ອີກວ່າ: "ຢຸດການລົງໂທດພວກເຈົ້າ, ບັນດາພະເຈົ້າຂອງພວກເຈົ້າ ແລະແຜ່ນດິນຂອງພວກເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເປັນຫຍັງພວກເຈົ້າເຮັດໃຫ້ໃຈພວກເຈົ້າແຂງກະດ້າງໄປ, ຢ່າງເຊັ່ນຄົນເອຢິບ ແລະຟາໂຣໄດ້ໃຫ້ໃຈຂອງພວກເຂົາແຂງກະດ້າງ?

ບັນດາປະໂລຫິດ ແລະ ບັນດາຜູ້ນຳໃຊ້ຄຳຖາມທີ່ບໍ່ຫວັງຄຳຕອບ ເພື່ອຂໍຮ້ອງໃຫ້ຊາວຟີລິດສະຕິນຄິດຢ່າງຈິງຈັງ ກ່ຽວກັບວ່າແມ່ນຫຍັງທີ່ຈະເກີດຂຶ້ນ ຖ້າພວກເຂົາປະຕິເສດທີ່ຈະເຊື່ອຟັງພຣະເຈົ້າ. ສາມາດແປໃນຮູບແບບການເຕືອນໄດ້. ອາດແປໄດ້ອີກວ່າ: "ຢ່າໄດ້ດື້ດືງເຫມືອນຊາວເອຢິບ ແລະ ຟາໂຣເຄີຍເປັນ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເຮັດໃຫ້ໃຈພວກເຈົ້າແຂງກະດ້າງໄປ

ນີ້ແມ່ນສຳນວນທີຫມາຍຄວາມວ່າ ຄວາມດື້ດືງ ຫລື ບໍ່ປາຖະຫນາທີ່ຈະເຊື່ອຟັງພຣະເຈົ້າ. ອາດແປໄດ້ອີກວ່າ: "ປະຕິເສດທີ່ຈະເຊື່ອຟັງພຣະເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຄົນເອຢິບກໍຕ້ອງປ່ອຍປະຊາຊົນໄປ, ແລ້ວພວກເຂົາກໍຈາກໄປບໍ່ແມ່ນບໍ?

ນີ້ແມ່ນອີກຄຳຖາມທີ່ບໍ່ຫວັງຄຳຕອບຖືກໃຊ້ເພື່ອເຕືອນຄວາມຈຳຟີລິດສະຕິນວ່າ ຊາວເອຢິບໄດ້ສົ່ງຊາວອິດສະຣາເອນອອກໄປ ຈາກເອຢິບໃນທີ່ສຸດຢ່າງໃດດັ່ງນັ້ນເພື່ອວ່າພຣະເຈົ້າຈະຢຸດທຳຮ້າຍຊາວເອຢິບ. ສາມາດແປໃຫ້ເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: "ຈົ່ງຈຳໄວ້ວ່າ ຊາວເອຢິບໄດ້ສົ່ງຊາວອິດສະຣາເອນອອກໄປຈາກເອຢິບ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)