lo_tn/1sa/05/11.md

3.4 KiB
Raw Permalink Blame History

ຫີບພັນທະສັນຍາຂອງພຣະເຈົ້າຂອງອິດສະຣາເອນ

ການແປນີ້ຄ້າຍຄືກັນກັບສຳນວນໃນ 3:1. ນີ້ແມ່ນຄືກັນກັບສຳນວນທີ່ວ່າ "ຫີບພັນທະສັນຍາຂອງພຣະເຈົ້າ" ໃນ 4:3.

ພຣະເຈົ້າຂອງອິດສະຣາເອນ

ຄວາມຫມາຍທີ່ອາດເປັນໄປໄດ້ 1) ພວກເຂົາເວົ້າໃນທາງທີ່ເຫມາະສົມ ເພື່ອເອີ່ຍນາມຊື່ຂອງພຣະເຈົ້າອິດສະຣາເອນ ຫລື 2) ພວກເຂົາເຊື່ອວ່າອິດສະຣາເອນນະມັດສະການຫນຶ່ງ ໃນພະເຈົ້າທັງຫລາຍ, "ພຣະເຈົ້າຂອງອິດສະຣາເອນ." ການແປນີ້ເຫມືອນໃນ 5:6.

ມີຄວາມແຕກຕື່ນຢູ່ທົ່ວທັງເມືອງ

"ປະຊາຊົນທັງຫມົດໃນເມືອງຕ່າງກໍຢ້ານ ວ່າພວກເຂົາຈະຕາຍ"

ພຣະຫັດຂອງພຣະເຈົ້າໄດ້ລົງໂທດຢ່າງຫນັກຢູ່ໃນບ່ອນນັ້ນ

ພຣະຫັດເປັນການປຽບທຽບ ສຳລັບການທີ່ພຣະເຈົ້າລົງໂທດປະຊາຊົນ. "ພຣະຢາເວໄດ້ລົງໂທດປະຊາຊົນຢ່າງຮຸ່ນແຮງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຊາວເມືອງທີ່ຍັງບໍ່ຕາຍ

ນີ້ຫມາຍເຖິງວ່າແທ້ຈິງແລ້ວຄົນໄດ້ຕາຍຫລາຍແລ້ວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຝີຕ່າງໆ

ຄວາມຫມາຍທີ່ອາດເປັນໄປໄດ້ 1)ຄວາມເຈັບປວດທີ່ຢູ່ພາຍໃຕ້ຜິວຫນັງ ຫລື 2) ລິດສີດວງທະວານ. ການແປນີ້ຄືກັນກັບໃນ 5:6.

ສຽງຮ້ອງໄຫ້ຂອງເມືອງກໍໄດ້ຂຶ້ນໄປເຖິງຟ້າສະຫວັນ

ຄຳວ່າ "ເມືອງ" ເປັນພາບປຽບທຽບສຳລັບປະຊາຊົນຂອງເມືອງ. ຄວາມຫມາຍທີ່ອາດເປັນໄປໄດ້ 1) ຄຳສັບ "ໄດ້ຂຶ້ນໄປເຖິງຟ້າສະຫວັນ" ເປັນສຳນວນສຳລັບ "ໃຫຍ່ຫລວງຫລາຍ." ອາດແປໄດ້ອີກວ່າ: "ປະຊາຊົນໃນເມືອງໄດ້ຮ້ອງໄຫ້ສຽງດັງ" ຫລື 2) ຄຳສັບ "ຟ້າສະຫວັນ" ນີ້ເປັນການປຽບທຽບສຳລັບພະເຈົ້າທັງຫລາຍຂອງປະຊາຊົນ. ອາດແປໄດ້ອີກວ່າ: "ປະຊາຊົນຂອງເມືອງໄດ້ຮ້ອງຫາພະເຈົ້າທັງຫລາຍຂອງພວກເຂົາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)