lo_tn/1sa/04/07.md

4.2 KiB

ພວກເຂົາເວົ້າ ... ພວກເຂົາເວົ້າ

"ພວກເຂົາເວົ້າກັບພວກເຂົາເອງ ... ພວກເຂົາແກ່ກັນແລະກັນວ່າ" ຫລື "ພວກເຂົາເວົ້າແກ່ກັນແລະກັນ ... ພວກເຂົາເວົ້າແກ່ກັນແລະກັນ." ເຫດການທີ່ສອງອ້າງອິງເຖິງສິ່ງທີ່ຊາວຟີລິດສະຕິນເວົ້າແກ່ກັນ ແລະ ກັນ. ເຫດການທີ່ຫນຶ່ງຈະຫມາຍເຖິງສິ່ງທີ່ພວກເຂົາຄິດ, ເຖິງແມ່ນວ່າມັນອາດຈະຫມາຍເຖິງສິ່ງທີ່ພວກເຂົາເວົ້າກັບກັນ. ຖ້າເປັນໄປໄດ້, ໃຫ້ຫລີກລ້ຽງການລະບຸວ່າແມ່ນໃຜເວົ້າ.

ພຣະເຈົ້າອົງຫນຶ່ງໄດ້ມາ

ຊາວຟີລິດສະຕິນນະມັດສະການພະຫລາຍອົງ, ດັ່ງນັ້ນ ພວກເຂົາຄົງຈະເຊື່ອຫນຶ່ງໃນພະເລົ່ານັ້ນ, ຫລື ຫນຶ່ງໃນຜູ້ນັ້ນທີ່ພວກເຂົາບໍ່ໄດ້ນະມັດສະການ, ໄດ້ມາໃນຄ້າຍ. ຄວາມຫມາຍທີ່ອາດເປັນໄປໄດ້ອີກຄືວ່າ ພວກເຂົາກຳລັງເວົ້າໃຫ້ເຫມາະສົມກັບພຣະນາມຂອງພຣະເຈົ້າຂອງອິດສະຣາເອນ: "ພຣະຢາເວໄດ້ມາ." ເພາະວ່າ 4:8 ເວົ້າວ່າ "ພະເຈົ້າ" ບາງການແປຈະອ່ານວ່າ "ພຣະເຈົ້າທັງຫລາຍໄດ້ມາ," ທີີ່ວ່າ, "ນີ້ແມ່ນພະຜູ້ທີໄດ້ມາ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-pronouns)

ໃຜຈະຊ່ວຍເອົາພວກເຮົາຈາກອຳນາດຂອງພະເຈົ້າເຫລົ່ານີ້ໄດ້?

ຄຳຖາມທີ່ບໍ່ຄາດຫວັງຄຳຕອບນີ້ ແມ່ນສະແດງອອກເຖິງຄວາມຢ້ານຢ່າງເລືກເຊິ່ງ. ສາມາດຂຽນໃຫ້ເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: "ບໍ່ມີຜູ້ໃດທີສາມາດຊ່ວຍເຮົາໃຫ້ພົ້ນຈາກອຳນາດຂອງພະເຈົ້າເຫລົ່ານີ້ໄດ້." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ອຳນາດຂອງພະເຈົ້າເຫລົ່ານີ້ ... ພະເຈົ້າເຫລົ່ານີ້ເປັນຜູ້ທີ່ໄດ້ບຸກໂຈມຕີ

ເພາະວ່າຄຳວ່າ "ພະເຈົ້າ" (ຫລື "ພຣະເຈົ້າ") ໃນ 4:7 ແມ່ນເປັນເອກກະພົດ, ມີຫລາຍການແປອ່ານວ່າ "ພະເຈົ້າຜູ້ຍິ່ງໃຫຍ່ນີ້ ... ພະເຈົ້າຜູ້ທີ່ໄດ້ບຸກໂຈມຕີ," ອ້າງອິງເຖິງພະເຈົ້າໃດຫນຶ່ງ ຂອງບັນດາພະເຈົ້າອາດຈະເປັນພະ, ຫລື "ພຣະເຈົ້າຜູ້ຍິ່ງໃຫຍ່ນີ້ ... ພຣະເຈົ້າຜູ້ທີ່ໄດ້ບຸກໂຈມຕີ," ໃຊ້ໃຫ້ເຫມາະສົມສຳລັບພຣະເຈົ້າຂອງອິດສະຣາເອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-pronouns)

ຈົ່ງເປັນລູກຜູ້ຊາຍ

ນີ້ແມ່ນສຳນວນ. ອາດແປໄດ້ອີກວ່າ: "ໃຫ້ເຂັ້ມແຂງ ແລະ ສູ້ໆ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)