lo_tn/1sa/01/26.md

2.7 KiB

ໂອ້, ເຈົ້ານາຍຂອງຂ້ານ້ອຍ! ຕາບໃດທີ່ທ່ານມີຊີວິດຢູ່, ເຈົ້ານາຍຂອງຂ້ານ້ອຍ

ນີ້ແມ່ນສຳນວນ "ຕາບໃດທີ່ທ່ານມີຊີວິດຢູ່" ສະແດງໃຫ້ເຫັນວ່າຮັນນາເປັນຄົນມີຄວາມຈິງໃຈ ແລະຍຶດຖືຄວາມຈິງ. ອາດແປໄດ້ອີກວ່າ: "ທ່ານ, ສິ່ງທີ່ຂ້ານ້ອຍຈະບອກທ່ານນີ້ເປັນຄວາມຈິງຢ່າງແນ່ນອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ໄດ້ປຣະທານຕາມຄຳຮ້ອງຂໍ ຕາມທີ່ຊຶ່ງຂ້ານ້ອຍໄດ້ຮ້ອງຂໍພຣະອົງ

ຮັນນາເວົ້າວ່າເຫມືອນກັບວ່າ ຄຳຮ້ອງຂໍເປັນເຫມືອນວັດຖຸທາງກາຍຍາພາບ ທີ່ຄົນຫນຶ່ງຄົນສາມາດໃຫ້ກັບອີກຄົນຫນຶ່ງໄດ້, ແລະນາງເວົ້າກ່ຽວກັບຄຳຮ້ອງຂໍ ເຫມືອນກັບວ່າມັນເປັນຄຳຕອບຄຳຮ້ອງຂໍ ທີ່ນາງໄດ້ຂໍນັ້ນ. ຄຳນາມທີ່ບໍ່ມີຕົວຕົນ "ຄຳຮ້ອງຂໍ" ສາມາດແປເປັນສຳນວນຄຳກິລິຍາໄດ້. ອາດແປໄດ້ອີກວ່າ: "ໄດ້ຕົກລົງທີ່ຈະເຮັດ ໃນສິ່ງທີ່ຂ້ານ້ອຍໄດ້ຂໍຢ່າງຈິງຈັງ ທີ່ວ່າພຣະອົງໄດ້ເຮັດແລ້ວ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-metonymy]] ແລະ rc://*/ta/man/translate/figs-abstractnouns)

ລາວຖືກຖວາຍແດ່ພຣະຢາເວແລ້ວ

ສາມາດແປໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ຂ້ານ້ອຍໃຫ້ພຣະຢາເວຢືມລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ລາວກໍນະມັດສະການພຣະຢາເວ

"ລາວ" ຫມາຍເຖິງເອນການາ, ແຕ່ມີຫລາຍສະບັບຫມາຍເປັນເອນການາ ແລະ ຄອບຄົວຂອງລາວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)