lo_tn/1sa/01/15.md

3.2 KiB

ຂ້ານ້ອຍເປັນຍິງຄົນຫນຶ່ງທີ່ມີຈິດໃຈໂສກເສົ້າ

"ຂ້ານ້ອຍເປັນຍິງຄົນຫນຶ່ງທີ່ໂສກເສົ້າລຫລາຍ"

ຂ້ານ້ອຍໄດ້ເປີດໃຈຕໍ່ຫນ້າພຣະຢາເວ

ນີ້ເປັນສຳນວນທີ່ຫມາຍຄວາມວ່າ "ບອກກັບພຣະຢາເວດ້ວຍຄວາມຮູ້ສືກສ່ວນເລິກພາຍໃນ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຢ່າຄິດວ່າຜູ້ຮັບໃຊ້ຂອງທ່ານເປັນ

ຮັນນາເວົ້າກ່ຽວກັບຕົວຂອງນາງເອງ ເປັນບຸກຄົນທີສອງທີ່ສະແດງຄວາມຖ່ອມໃຈຂອງນາງ. ສາມາດເວົ້າເປັນບຸກຄົນທຳອິດໄດ້. ອາດແປໄດ້ອີກວ່າ: "ຢ່າຄິດວ່າຂ້ານ້ອຍ, ຜູ້ຮັບໃຊ້ຂອງທ່ານ, ເປັນ" ຫລື "ຢ່າຄິດວ່າຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-123person)

ຂ້ານ້ອຍໄດ້ເວົ້າອອກມາດ້ວຍຄວາມກັງວົນໃຈ ແລະ ຄວາມອັດອັ້ນໃຈຢ່າງທີ່ສຸດຂອງຂ້ານ້ອຍ

ນີ້ແມ່ນວິທີການເວົ້າອີກວິທີຫນຶ່ງ ທີ່ນາງໄດ້ "ຄວາມເຈັບປວດໃນໃຈ" ເຫມືອນໃນ 1:15. ຄຳນາມທີ່ບໍ່ມີຕົວຕົນ "ຫລວງຫລາຍ," "ຄວາມກັງວົນ," ແລະ "ການເຮັດໃຫ້ໃຈຮ້າຍ" ສາມາດແປເປັນຄຳຄຸນນາມ ແລະຄຳກິລິຍາໄດ້. ອາດແປໄດ້ອີກວ່າ: "ຂ້ານ້ອຍໄດ້ເວົ້າຢ່າງນີ້ ເພາະວ່າຂ້ານ້ອຍໂສກເສົ້າຫລາຍ, ແລະ ຄູ່ແຂ່ງຂອງຂ້ານ້ອຍໄດ້ເຍາະເຍີ້ຍຂ້ານ້ອຍຢ່າງໃຫຍ່ຫລວງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ຄວາມກັງວົນໃຈ ແລະ ຄວາມອັດອັ້ນໃຈ

ຄຳສັບທັງຄູ່ນີ້ ຫມາຍຄວາມວ່າຮັນນາໂສກເສົ້າ ແລະ ຜິດຫວັງ ເພາະວ່າຄູ່ແຂ່ງຂອງນາງໄດ້ເຍາະເຍີ້ຍນາງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ຄວາມກັງວົນໃຈ

ນາງເປນີນາເຄືອງໃຈ ແລະ ກວນໃຈນາງ.

ຄວາມອັດອັ້ນໃຈ

ຮັນນາແມ່ນອ້າງອິງເຖິງຄວາມໂສກເສົ້າ ແລະຄວາມອາຍທີ່ນາງຮູ້ສືກ ເພາະວ່າເປນີນາໃຈດຳກັບນາງ.