lo_tn/1sa/01/09.md

2.3 KiB

ຂໍ້ມູນທົ່ວໄປ:

ຮັນນາເລີ່ມຕົ້ນອະທິຖານຕໍ່ພຣະຢາເວ, ແລະ ເອລີເບິ່ງຢູ່.

ຮັນນາໄດ້ລຸກຂຶ້ນຫລັງຈາກ

ຂໍ້ມູນບໍ່ແຈ່ມແຈ້ງທີ່ນີ້ສາມາດເຮັດໃຫ້ແຈ່ມແຈ້ງໄດ້. ເຕັ້ນຂອງຮັນນາຢູ່ໃກ້ກັບຫໍເຕັນ ຫລື ນາງຍ່າງຈາກເຕັ້ນຂອງນາງໄປທີ່ຫໍເຕັມ ເພື່ອອະທິຖານ. ອາດແປໄດ້ອີກວ່າ: "ຮັນນາໄດ້ລຸກຂຶ້ນ ແລະ ໄປທີ່ພຣະວິຫານຂອງພຣະຢາເວ ເພື່ອອະທິຖານຫລັງຈາກນັ້ນ"

ໃນຕອນນັ້ນ ເອລີ ປະໂລຫິດ

"ໃນຕອນນັ້ນ" ທີ່ນີ້ເພື່ອໃຊ້ພັກເລື່ອງລາວຫລັກໄວ້ກ່ອນ. ທີ່ນີ້ຜູ້ຂຽນເລົ່າເລື່ອງກ່ຽວກັບຄົນໃຫມ່ຢູ່ໃນເລື່ອງ. ນີ້ແມ່ນຄົນຊື່ວ່າເອລີປະໂລຫິດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ພຣະວິຫານຂອງພຣະຢາເວ

ຄຳວ່າ "ພຣະວິຫານ" ຄວາມຈິງແລ້ວເປັນເຕັ້ນ, ແຕ່ມັນເປັນບ່ອນທີ່ປະຊາຊົນມານະມັດສະການ, ດັ່ງນັ້ນ ມັນຈຶ່ງເປັນການດີທີ່ຈະແປວ່າ "ພຣະວິຫານ" ໃນທີ່ນີ້.

ນາງເຈັບປວດໃຈຫລາຍ

ຮັນນາວຸ້ນວາຍໃຈຫລາຍ ແລະ ໂສກເສົ້າໃຈຫລາຍຍ້ອນວ່າບໍ່ມີລູກ ແລະ ຖືກເຍາະເຍີ້ຍຈາກນາງເປນີນາເປັນປະຈຳ, ເມຍອີກຄົນຫນຶ່ງຂອງຜົວຂອງນາງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)