lo_tn/1sa/01/07.md

2.3 KiB

ຄູ່ແຂ່ງຂອງນາງ

ນີ້ແມ່ນນາງເປນີນນາ, ເປັນເມຍອີກຄົນຫນຶ່ງຂອງເອນການາ. ຄົນທີ່ເປັນຄູ່ແຂ່ງແມ່ນ ເປັນຄູ່ແຂ່ງຕໍ່ອີກຄົນຫນຶ່ງ. ໃນກໍລະນີນີ້ ນາງເປນີນນາແຂ່ງກັບນາງຮັນນາ ພະຍາຍາມເພື່ອທີ່ຈະໃຫ້ເອນການາຮັກນາງຫລາຍທີ່ສຸດ.

ຮັນນາ, ເປັນຫຍັງເຈົ້າຈຶ່ງຮ້ອງໄຫ້? ເປັນຫຍັງເຈົ້າຈຶ່ງບໍ່ກິນຫຍັງເລີຍ? ເປັນຫຍັງຈິດໃຈຂອງເຈົ້າຈຶ່ງໂສກເສົ້າ? ຂ້ອຍບໍ່ດີກວ່າລູກຊາຍສິບຄົນສຳລັບເຈົ້າບໍ

ເຫລົ່ານີ້ເປັນຄຳຖາມທີ່ບໍ່ຕ້ອງການຄຳຕອບ ສາມາດເວົ້າໃຫ້ເປັນໂຫຍກໃນການແປດັ່ງນີ້, ຖ້າຈຳເປັນ. ອາດແປໄດ້ອີກວ່າ: "ຮັນນາ, ເຈົ້າບໍ່ຄວນຮ້ອງໄຫ້. ເຈົ້າຄວນກິນອາຫານ, ແລະ ຈິດໃຈຂອງເຈົ້າຈົ່ງຍິນດີເຖີດ ເພາະວ່າຂ້ອຍກໍດີກວ່າລູກຊາຍສິບຄົນສຳລັບເຈົ້າ!" ຫລື "ເຈົ້າມີເຫດຜົນຫນ້ອຍດຽວທີ່ໂສກເສົ້ານັ້ນ. ຂ້ອຍພໍໃຈເຈົ້າ ແລະ ນັ້ນຄວນພຽງພໍແລ້ວ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ກວ່າລູກຊາຍສິບຄົນ

ເອນການາໃຊ້ຄຳນີ້ ເພື່ອສະແດງໃຫ້ເຫັນເຖິງການເນັ້ນຫນັກວ່າຮັນນາມີຄວາມສຳຄັນຫລາຍເທົ່າໃດກັບລາວ. ອາດແປໄດ້ອີກວ່າ: rc://*/ta/man/translate/figs-hyperbole)