lo_tn/1pe/05/12.md

4.1 KiB

ຂ້າພະເຈົ້າໄດ້ຂຽນເຖິງທ່ານສັ້ນໆຜ່ານທາງເຂົາ

ຊີລາວານເປັນຜູ້ບັນທຶກຄໍາທັງຫລາຍທີ່ເປໂຕໄດ້ກ່າວລົງໃນຈົດຫມາຍສະບັບນີ້

ສິ່ງທີ່ຂ້າພະເຈົ້າໄດ້ຂຽນເປັນພຣະຄຸນທີ່ແທ້ຈິງຂອງພຣະເຈົ້າ

"ຂ້າພຣະເຈົ້າໄດ້ຂຽນກ່ຽວກັບພຣະຄຸນທີ່ແທ້ຈິງຂອງພຣະເຈົ້າ" ຫມາຍເຖິງພຣະຄຸນທີ່ແທ້ຈິງຂອງພຣະຄຣິດຊຶ່ງບອກກ່ຽວກັບສິ່ງຕ່າງໆທີ່ພຣະເຈົ້າຊົງກະທໍາແກ່ບັນດາຜູ້ເຊື່ອ (ໃຫ້ເບິ່ງຢູ່: rc://*/ta/man/translate/figs-metonymy)

ຈົ່ງຢືນຢັນຢູ່ໃນພຣະຄຸນນັ້ນ

"ພຣະຄຸນນັ້ນ" ຫມາຍເຖິງ "ພຣະຄຸນທີ່ແທ້ຈິງຂອງພຣະເຈົ້າ" ເປໂຕໄດ້ປຽບທຽບວ່າຢືນຢັດຢູ່ໃນພຣະຄຸນນັ້ນປຽບເຫມືອນກັບການທີ່ຢືນຢູ່ ບ່ອນໃດບ່ອນຫນື່ງໂດຍບໍ່ຍ້າຍໄປທີ່ອື່ນເລີຍ ແປໄດ້ອີກຢ່າງວ່າ "ຢືນຢັດຢ່າງເຂັ້ມແຂງແລະຢຶດຫມັ້ນໃນພຣະຄຸນນັ້ນໄວ້" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-metaphor)

ຜູ້ຍິງທີ່ເມືອງບາບີໂລນ

ຄໍາວ່າ "ຜູ້ຍິງ" ໃນບໍລິບົດນີ້ຫມາຍເຖິງກຸ່ມຜູ້ເຊື່ອຊຶ່ງອາໃສຢູ່ໃນ "ບາບີໂລນ" ຊຶ່ງມີຄວາມຫມາຍທີ່ເປັນໄປໄດ້ຄື 1) ສັນຍາລັກຂອງເມືອງໃນໂຣມ 2) ສັນຍາລັກທີ່ສະແດງເຖິງສະຖານທີ່ທີ່ຄຣິສຕຽນຕ້ອງປະສົບກັບຄວາມທຸກຍາກ ຫລື 3) ຫມາຍເຖິງບາບີໂລນຈິງໆ ຫລື ເປັນໄປໄດ້ວ່ານະຄອນໂຣມ (ໃຫ້ເບິ່ງຢູ່: rc://*/ta/man/translate/writing-symlanguage)

ຜູ້ຊຶ່ງຊົງເລືອກໄວ້ເຊັ່ນດຽວກັນກັບທ່ານທັງຫລາຍ

ສາມາດແປໄດ້ໂດຍໃຊ້ປະໂຫຍກທີ່ (ໃຫ້ປະທານປະໂຫຍກເປັນຜູ້ກະທໍາຂອງປະໂຫຍກ) ແປໄດ້ອີກຢ່າງວ່າ "ຜູ້ຊຶ່ງພຣະເຈົ້າຊົງເລືອກໄວ້ເຊັ່ນດຽວກັບທີ່ຊົງເລືອກທ່ານ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-activepassive)

ລູກຊາຍຂອງຂ້າພະເຈົ້າ

ເປໂຕກ່າວເຖິງມາຣະໂກວ່າເປັນລູກຊາຍຝ່າຍຈິດວິນຍານຂອງທ່ານ ແປໄດ້ອີກຢ່າງວ່າ "ລູກຊາຍຝ່າຍຈິດວິນຍານຂອງຂ້າພະເຈົ້າ" ຫລື "ຜູ້ຊຶ່ງເຫມືອນກັບລູກຊາຍຂອງຂ້າພະເຈົ້າ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-metaphor)

ທໍານຽມຈູບອັນສະແດງຄວາມຮັກຕໍ່ກັນແລະກັນ

"ທໍານຽມຈູບທີ່ເຕັມໄປດ້ວຍຄວາມຮັກ" ຫລື "ທໍານຽມຈູບເພື່ອສໍາແດງຄວາມຮັກຕໍ່ກັນແລະກັນ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-abstractnouns)