lo_tn/1pe/05/10.md

2.4 KiB

ຂໍ້ມູນທົ່ວໄປ

ພຣະທັມຂໍ້ນີ້ເປັນສ່ວນທ້າຍໆຂອງຈົດຫມາຍທີ່ອາຈານເປໂຕຂຽນ ທ່ານໄດ້ກ່າວວ່າສະຫລູບຕອນທ້າຍຂອງຈົດຫມາຍດ້ວຍຄໍາອວຍພອນ

ໃນໄລຍະຫນຶ່ງ

ໃນຊ່ວງໄລຍະເວລາສັ້ນໆ

ພຣະເຈົ້າແຫ່ງພຣະຄຸນທັງປວງ

ຄໍາວ່າ "ພຣະຄຸນ" ໃນທີ່ນີ້ອາດຫມາຍເຖິງສິ່ງທີ່ພຣະເຈົ້າຈະປະທານໃຫ້ ຫລື ອະທິບາຍເຖິງພຣະລັກສະນະຂອງພຣະເຈົ້າກໍໄດ້ ມີຄວາມຫມາຍທີ່ເປັນໄປໄດ້ຄື 1) "ພຣະເຈົ້າຜູ້ຊົງປະທານຕາມຄວາມຈໍາເປັນຂອງເຮົາ" ຫລື 2) "ພຣະເຈົ້າຜູ້ຊົງເຕັມລົ້ນໄປດ້ວຍພຣະຄຸນທຸກເວລາ"

ຜູ້ໄດ້ຊົງເອີ້ນທ່ານໄປສູ່ຄວາມສົມບູນນິຣັນດອນໃນພຣະຄຣິດ

"ຜູ້ຊຶ່ງໄດ້ເລືອກເຮົາເພື່ອຈະປະທານສະຫງ່າຣາສີອັນນິຣັນດອນໃນສະຫວັນເພາະເຮົາໄດ້ເຂົ້າຮ່ວມກັບພຣະຄຣິດແລ້ວ"

ຊົງກະທໍາໃຫ້ທ່ານດີພ້ອມ

"ສ້າງທ່ານຂຶ້ນໃຫມ່ໃຫ້ດີດັງເດີມ" ຫລື "ເຮັດໃຫ້ທ່ານຫາຍດີອີກຄັ້ງ"

ເສີມສ້າງທ່ານຂຶ້ນແລະເສີມກໍາລັງທ່ານ

ທັງສອງວະລີນີ້ມີຄວາມຫມາຍຄ້າຍຄືກັນກ່າວຄືພຣະເຈົ້າຈະຊົງກະທໍາໃຫ້ບັນດາຜູ້ເຊື່ອທີ່ວາງໃຈ ໃນພຣະອົງແລະເຊື່ອຟັງພຣະອົງບໍ່ວ່າເຂົາຈະປະເຊີນກັບຄວາມທຸກຍາກລໍາບາກພຽງໃດກໍຕາມ (ໃຫ້ເບິ່ງຢູ່: rc://*/ta/man/translate/figs-metaphor)