lo_tn/1pe/05/05.md

3.0 KiB

ຂໍ້ມູນທົ່ວໄປ

ເປໂຕໄດ້ສັ່ງສອນໂດຍສະເພາະເຈາະຈົງໄປທີ່ຄົນໜຸ່ມສາວແລະຕໍ່ດ້ວຍບັນດາຜູ້ເຊື່ອ

ໃນທໍານອງດຽວກັນທ່ານ

ພຣະຄໍາຂໍ້ນີ້ອ້າງອິງໄປເຖິງການທີ່ຜູ້ອາວຸໂສຄວນເຊື່ອຟັງຫົວຫນ້າຜູ້ລ້ຽງແກະໃນ 5:1

ທ່ານທຸກຄົນ

ຫມາຍເຖິງບັນດາຜູ້ເຊື່ອທຸກຄົນບໍ່ແມ່ນແຕ່ສະເພາະຄົນຫນຸ່ມມສາວເທົ່ານັ້ນ

ຄາດແອວໄວ້ດ້ວຍຄວາມຖ່ອມ

ເປໂຕໄດ້ປຽບທຽບວ່າການມີຄວາມຖ່ອມໃຈຊຶ່ງຄຸນລັກສະນະທາງສິນລະທໍານັ້ນເປັນເຫນືອນກັບການສວມເສື້ອຜ້າ ແປໄດ້ອີກຢ່າງວ່າ "ກະທໍາຕໍ່ກັນແລະກັນດ້ວຍຄວາມຖ່ອມໃຈ" ຫລື "ກະທໍາດ້ວຍຄວາມຖ່ອມໃຈ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-metaphor)

ພາຍໃຕ້ພຣະຫັດອັນຊົງຣິດຂອງພຣະເຈົ້າ

ຄໍາວ່າ "ພຣະຫັດ" ຫມາຍເຖິງຣິດອໍານາດຂອງພຣະເຈົ້າໃນການຊ່ວຍຜູ້ທີ່ຖ່ອມແລະລົງໂທດຜູ້ທີ່ຍິ່ງຈອງຫອງ ແປໄດ້ອີກຢ່າງວ່າ "ພາຍໃຂ້ຣິດອໍານາດທີ່ຍິ່ງໃຫຍ່ຂອງພຣະເຈົ້າ" ຫລື "ຕໍ່ພຣະພັກພຣະເຈົ້ານັ້ນ ໃຫ້ຮູ້ໄວ້ເຖິດວ່າພຣະອົງຊົງມີອໍານາດທີ່ຍິ່ງ" (ຫ້ເບິ່ງຢູ່: rc://*/ta/man/translate/figs-metonymy)

ຈົ່ງລະຄວາມກະວົນກະວາຍຂອງທ່ານໄວ້ກັບພຣະອົງ

ເປໂຕປຽບທຽບຄວາມກະວົນກະວາຍວ່າ ເປັນພາລະອັນຫນັກຫນ່ວງຊຶ່ງມະນຸດໄດ້ວາງໄວ້ກັບພຣະຜູ້ເປັນເຈົ້າແທນທີ່ຈະແບກພາລະນັ້ນໄວ້ກັບຕົວ ແປໄດ້ອີກຢ່າງວ່າ "ວາງໃຈໃນພຣະອົງດ້ວຍການລະທຸກສິ່ງທີ່ທ່ານກັງວົນໄວ້ກັບພຣະອົງ" ຫລື "ໃຫ້ພຣະອົງຊົງຈັດການກັບທຸກສິ່ງທີ່ເຮັດໃຫ້ທ່ານກະວົນກະວາຍຢູ່ນັ້ນ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-metaphor)