lo_tn/1pe/04/17.md

4.8 KiB

ຄອບຄົວຂອງພຣະເຈົ້າ

ຄໍາເວົ້າດັ່ງກ່າວຫມາຍເຖິງບັນດາຜູ້ເຊື່ອ ເປໂຕກ່າວເຖິງຜູ້ເຊື່ອເຫມືອນກັບວ່າເປັນຄອບຄົວຂອງພຣະເຈົ້າ (ໃຫ້ເບິ່ງຢູ່: rc://*/ta/man/translate/figs-metaphor)

ຫາກຈະເລີ່ມຕົ້ນກັບເຮົາສິ່ງທີ່ຈະເປັນຜົນສໍາລັບຜູ້ທີ່ບໍ່ເຊື່ອຟັງຂ່າວປະເສີດຂອງພຣະເຈົ້າຈະເປັນຢ່າງໃດ?

ເປໂຕໃຊ້ຄໍາຖາມນີ້ເພື່ອເນັ້ນໃຫ້ຮູ້ວ່າ ການພິພາກສາຂອງພຣະເຈົ້າທີ່ມີຕໍ່ຜູ້ທີ່ປະຕິເສດຂ່າວປະເສີດນັ້ນ ຈະຫນັກາ ຫນາກວ່າຄໍາພິພາກສາທີ່ມີຕໍ່ບັນດາຜູ້ເຊື່ອອີກ ແປໄດ້ອີກຢ່າງວ່າ "(ຖ້າຫາກການພິພາກສາ)ເລີ່ມຕົ້ນທີ່ເຮົາແລ້ວ ຜົນ(ການພິພາກສາ)ຂອງຜູ້ທີ່ບໍ່ເຊື່ອຟັງຂ່າວປະເສີດຈະຫນັກກວ່ານັ້ນອີກ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-rquestion)

ຜູ້ທີ່ບໍ່ເຊື່ອຟັງຂ່າວປະເສີດ

"ຜູ້ທີ່ບໍ່ໄດ້ເຊື່ອໃນຂ່າວປະເສີດຂອງພຣະເຈົ້າ" ຄໍາວ່າ "ເຊື່ອຟັງ" ໃນທີ່ນີ້ຫມາຍເຖິງຄວາມເຊື່ອ

ຄົນຊອບທໍາ...ແລ້ວ ຄົນອະທໍາແລະຄົນບາບຈະໄປຢູ່ບ່ອນໃດ

ເປໂຕໄດ້ໃຊ້ຄໍາຖາມນີ້ເພື່ອເນັ້ນໃຫ້ຮູ້ວ່າຜູ້ທີ່ບໍ່ເຊື່ອນັ້ນຈະຕ້ອງທົນທຸກກວ່າບັນດາຜູ້ເຊື່ອຫລາຍເທົ່າໃດ ແປໄດ້ອີກຢ່າງວ່າ "ຜູ້ຊອບທໍາ...ແຕ່ຜົນ(ການພິພາກສາ)ຈະໜັກກວ່ານັ້ນອີກສໍາລັບຄົນທີ່ບໍ່ເຊື່ອຟັງໃນຂ່າວປະເສີດຂອງພຣະເຈົ້າ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-rquestion)

ຄົນຊອບທໍາຈະລອດພົ້ນໄປໄດ້ຢ່າງຍາກ

ຄໍາວ່າ "ລອດພົ້ນ" ຫມາຍເຖິງການຊ່ວຍໃຫ້ລອດພົ້ນເທື່ອສຸດທ້າຍເມື່ອພຣະເຢຊູຄຣິດສະເດັດກັບມາ ຄໍາວ່າ "ຍາກ" ຫມາຍຄວາມວ່າຄວາມຍາກລໍາບາກຊຶ່ກ່ຽວຂ້ອງກັບການຊ່ວຍໃຫ້ລອດ ສາມາດແປໂດຍໃຊ້ປະໂຫຍກທີ່ (ໃຫ້ປະທານເປັນຜູ້ກະທໍາຂອງປະໂຫຍກ) ແປໄດ້ອີກຢ່າງວ່າ "ຜູ້ຊອບທໍານັ້ນກໍປະສົບຄວາມຍາກລໍາບາກກ່ອນທີ່ພຣະເຈົ້າຈະຊົງຊ່ວຍກູ້ເຂົາ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-activepassive)

ຄົນອະທໍາແລະຄົນບາບ

ຄໍາວ່າ "ຄົນອະທໍາ" ແລະ "ຄົນບາບ" ຫມາຍເຖິງສິ່ງດຽວກັນ ໃຊ້ເພື່ອເນັ້ນໃຫ້ເຫັນເຖິງຄວາມຊົ່ວຮ້າຍຂອງຄົນ ແປໄດ້ອີກຢ່າງວ່າ "ຄົນບາບອະທໍາ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-doublet)

ມອບຝາກວິນຍານຂອງພວກເຂົາ

ຄໍາວ່າ "ວິນຍານ" ໃນທີ່ນີ້ຫມາຍເຖິງຕົວບຸກຄົນ ແປໄດ້ອີກຢ່າງວ່າ "ມອບຝາກຕົວຂອງພວກເຂົາເອງ" ຫລື "ມອບຝາກຊີວິດຂອງເຂົາ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-synecdoche)

ໃນການກະທໍາດີ

ກະທໍາ ໃນຂະນະທີ່ເຂົາທໍາຄວາມດີເຂົາກໍເຮັດເປັນນິໃນຢູ່ແລ້ວ (ໃຫ້ເບິ່ງຢູ່: rc://*/ta/man/translate/figs-abstractnouns)