lo_tn/1pe/04/12.md

3.2 KiB

ຖືກການທົດສອບຢູ່ໃນກອງໄຟ ເໝືອນກັບວ່າເຫດການອັນປະຫລາດນັ້ນໄດ້ເກີດຂຶ້ນກັບທ່ານ

ໃນທໍານອງດຽວກັນກັບການທີ່ທອງຄໍາຖືກຫລອມໃຫ້ບໍຣິສຸດດ້ວຍໄຟ ຄວາມຍາກລໍາບາກອັນເປັນການທົດສອບແລະຫລອມຄວາມເຊື່ອຂອງຜູ້ນັ້ນໃຫ້ເຂັ້ມແຂງຂຶ້ນ (ໃຫ້ເບິ່ງຢູ່: rc://*/ta/man/translate/figs-metaphor)

ຊົມຊື່ນຍິນດີແລະດີໃຈ

ທັງສອງຄໍານີ້ຫມາຍເຖິງສິ່ງດຽວກັນ ຜູ້ຂຽນໃຊ້ທັງສອງຄໍາເພື່ອເນັ້ນໃຫ້ເຫັນວ່າມີຄວາມຊື່ນຊົມຍິນດີຫລາຍຂຶ້ນໄປອີກ ແປໄດ້ອີກຢ່າງວ່າ "ຊື່ນຊົມຍິນດີຫລາຍຂຶ້ນໄປອີກ" ຫລື "ດີໃຈຫລາຍ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-doublet)

ເມື່ອສະຫງ່າຣາສີຂອງພຣະອົງປາກົດຂຶ້ນ

ສາມາດແປໂດຍໃຊ້ກິລິຍາດ້ວຍກໍໄດ້ ແປໄດ້ອີກຢ່າງວ່າ "ເມື່ອພຣະເຈົ້າຊົງສໍາໃຫ້ເຫັນສະຫງ່າຣາສີຂອງພຣະເຢຊູຄຣິດ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-abstractnouns)

ຖ້າທ່ານຖືກດ່າວ່າເພາະພຣະນາມຂອງພຣະຄຣິດ

ຄໍາວ່າ "ພຣະນາມ" ໃນທີ່ນີ້ຫມາຍເຖິງອົງພຣະເຢຊູຄຣິດເອງ ສາມາດແປໂດຍໃຊ້ປະໂຫຍກທີ່ (ໃຫ້ປະທານເປັນຜູ້ກະທໍາຂອງປະໂຫຍກ) ແປໄດ້ອີກຢ່າງວ່າ "ຖ້າຄົນດູຖູກທ່ານເຊື່ອໃນພຣະເຢຊູຄຣິດ" (ໃຫ້ເບິ່ງຢູ່: [[rc:///ta/man/translate/figs-activepassive]] และ [[rc:///ta/man/translate/figs-metonymy]])

ພຣະວິນຍານແຫ່ງສະຫງ່າຣາສີແລະພຣະວິນຍານຂອງພຣະເຈົ້າ

ທັງສອງສິ່ງນັ້ນຫມາຍເຖິງພຣະວິນຍານບໍຣິສຸດ ແປໄດ້ອີກຢ່າງວ່າ "ພຣະວິນຍານແຫ່ງສະຫງ່າຣາສີ ຜູ້ຊຶ່ງເປັນພຣະວິນຍານຂອງພຣະເຈົ້າ" ຫລື "ພຣະວິນຍານຂອງພຣະເຈົ້າຊຶ່ງເຕັມໄປດ້ວຍສະຫງ່າຣາສີ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-parallelism)

ຊົງສະຖິດຢູ່ກັບທ່ານ

ຊົງຢູ່ກັບທ່ານ