lo_tn/1pe/04/07.md

3.3 KiB

ສິ່ງທັງປວງໃກ້ຈະຮອດເວລາສຸດທ້າຍແລ້ວ

ຫມາຍເຖິງຈຸດຈົບຂອງໂລກນີ້ເມື່ອພຣະເຢຊູຄຣິດສະເດັດກັບມາຄັ້ງທີສອງ

ໃກ້ຈະເຖີງ

ກໍາລັງຈະເກີດຂຶ້ນ (ໃຫ້ເບິ່ງຢູ່: rc://*/ta/man/translate/figs-metaphor)

ຈົ່ງສະແດງກິລິຍາສະຫງຽມຈຽມຕົວ ແລະຈົ່ງເຝົ້າລະວັງ(ຄວາມຄິດ)

ທັງສອງຄຳເວົ້ານັ້ນໂດຍທົ່ວໄປແລ້ວຫມາຍເຖິງສິ່ງດຽວກັນກ່າວຄືເປໂຕໃຊ້ທັງສອງວະລີເພື່ອເນັ້ນໃຫ້ເຫັນເຖິງຄວາມຈໍາເປັນທີ່ເຮົາຕ້ອງມີຄວາມຄິດເຂົ້າໃຈຢ່າງແຈ່ມແຈ້ງກ່ຽວກັບຊີວິດເຮົາເພາະຍຸກສຸດທ້າຍ(ຈຸດຈົບຂອງໂລກ)ໃກ້ເຂົ້າມາແລ້ວ (ໃຫ້ເບິ່ງຢູ່: rc://*/ta/man/translate/figs-parallelism)

ຈົ່ງເຝົ້າລະວັງ(ຄວາມຄິດ)

ຄໍາວ່າ "ເຝົ້າລະວັງຄວາມຄິດ" ຫມາຍເຖິງການມີຄວາມຄິດຈິດໃຈທີ່ແຈ່ມແຈ້ງແລະຕື່ນຕົວ ແປໄດ້ອີກຢ່າງວ່າ "ຄວບຄຸມຄວາມຄິດ" ຫລື "ລະວັງໃນສິ່ງທີ່ຄິດ" ໃຫ້ກັບໄປເບິ່ງວ່າ 1:13 ແປໄວ້ຢ່າງໃດ (ໃຫ້ເບິ່ງຢູ່: rc://*/ta/man/translate/figs-idiom)

ຍິ່ງກວ່າສິ່ງໃດທັງໝົດ

"ສິ່ງທີ່ສໍາຄັນຫລາຍທີ່ສຸດ"

ຄວາມຮັກກໍປິດບັງຄວາມຜິດບາບໄວ້ຫລວງຫລາຍ

ເປໂຕອະທິບາຍ "ຄວາມຮັກ" ເຫມືອນກັບວ່າຄວາມຮັກນັ້ນຄືຄົນ ຊຶ່ງເອົາສິ່ງໃດສິ່ງຫນຶ່ງມາປົກຄຸມຄວາມບາບຂອງຜູ້ຄົນໄວ້ ປະໂຫຍກດັ່ງກ່າວມີຄວາມຫມາຍທີ່ເປັນໄປໄດ້ຄື 1) "ສໍາລັບຄົນທີ່ມີຄວາມຮັກນັ້ນຈະບໍ່ຄ່ອຍຊອກຫາຄວາມຜິດວ່າຄົນອື່ນກະທໍາບາບຫລືບໍ" 2) "ສໍາລັບຜູ້ທີ່ມີຄວາມຮັກນັ້ນຈະອະໄພບາບຂອງຜູ້ອື່ນເຖິງແມ່ນວ່າບາບນັ້ນຈະຫລາຍເທົ່າໃດກໍຕາມ" (ໃຫ້ເບິ່ງຢູ່: [[rc:///ta/man/translate/figs-personification]] ແລະ [[rc:///ta/man/translate/figs-metaphor]])

ຈົ່ງຕ້ອນຮັບລ້ຽງດູຊຶ່ງກັນແລະກັນ

ສະແດງຄວາມເມດຕາແລະຕ້ອນຮັບແຂກແລະບັນດາຜູ້ທີ່ເດີນທາງມາ