lo_tn/1pe/04/03.md

5.4 KiB

ກິນລ້ຽງກັນຢ່າງຟູມເຟືອຍ

ຄໍາດັ່ງກ່າວຊີ້ໃຫ້ເຫັນເຖິງກິດຈະກໍາທີ່ຜູ້ຄົນເຂົ້າມາດື່ມເຫລົ້າຈົນເມົາແລະເຮັດໃນສິ່ງທີ່ຫນ້າອັບອາຍ

ປະພຶດບໍ່ເປັນປະໂຫຍດ

ໃນສະບັບພາສາອັງກິດນັ້ນໃຊ້ຄໍາວ່າ "floods of dissipation" ຊຶ່ງແປໄດ້ວ່າ "ກະແສນໍ້າທີ່ໄຫລຜ່າດ້ວຍຄວາມປະພຶດອັນບໍ່ເປັນປະໂຫຍດ" ຊຶ່ງຕົວຢ່າງຂອງຄວາມບາບທີ່ເບິ່ງຄືກັບວ່າບໍ່ມີຂອບເຂດ ໄດ້ຮັບການປຽບທຽບໃຫ້ເໝືອນກັບນໍ້າທີ່ໄຫລຖ້ວມແລະໄຫລໄປໃສ່ຜູ້ຄົນ

ບໍ່ໄດ້ເຮັດການຊົ່ວຮ້າຍ

ຫມາຍເຖິງການເຮັດຕາມເນື້ອໜັງປາດຖະຫນາຢ່າງບໍ່ມີທີ່ສິ້ນສຸດ

ພຣະອົງຜູ້ພ້ອມແລ້ວທີ່ຈະຊົງພິພາກສາ

ມີຄວາມຫມາຍເປັນໄປໄດ້ຄື 1) "ອົງພຣະຜູ້ເປັນເຈົ້າພ້ອມແລ້ວທີ່ຈະຊົງພິພາກສາ" ຫລື 2) "ອົງພຣະເຢຊູຄຣິດຜູ້ທີ່ພ້ອມແລ້ວທີ່ຈະພິພາກສາ"

ຄົນເປັນແລະຄົນຕາຍ

ຫມາຍເຖິງມະນຸດທຸກຄົນ ບໍ່ວ່າຈະຕາຍແລ້ວຫລືຍັງມີຊີວິດຢູ່ກໍຕາມ ແປໄດ້ອີກຢ່າງວ່າ "ທຸກຄົນ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-merism)

ຂ່າວປະເສີດຈຶ່ງໄດ້ປະກາດແກ່ຄົນທີ່ຕາຍໄປແລ້ວດ້ວຍ

ມີຄວາມຫມາຍທີ່ເປັນໄປໄດ້ຄື 1) "ຂ່າວປະເສີດໄດ້ຮັບການປະກາດແກ່ຄົນທີ່ຕາຍໄປແລ້ວ" ຫລື 2) "ຂ່າວປະເສີດໄດ້ຮັບການປະກາດແກ່ຄົນທີ່ເຄີຍມີຊີວິດຢູ່ ແຕ່ຕອນນີ້ຄາຍແລ້ວ"

ຂ່າວປະເສີດຈຶ່ງໄດ້ປະກາດແກ່

ສາມາດແປໄດ້ໂດຍໃຊ້ປະໂຫຍກທີ່(ໃຫ້ປະທານເປັນຜູ້ກະທໍາຂອງປະໂຫຍກ) ມີຄວາມຫມາຍທີ່ເປັນໄປໄດ້ຄື 1) ພຣະເຢຊູຄຣິດເປັນຜູ້ປະກາດຂ່າວປະເສີດ ຊຶ່ງແປໄດ້ອີກຢ່າງວ່າ "ພຣະເຢຊູຄຣິດຊົງປະກາດຂ່າວປະເສີດ" ຫລື 2) ບຸກຄົນອື່ນເປັນຜູ້ປະກາດຂ່າວປະເສີດ ຊຶ່ງແປໄດ້ອີກຢ່າງວ່າ "ມະນຸດໄດ້ປະກາດຂ່າວປະເສີດ"(ໃຫ້ເບິ່ງຢູ່: rc://*/ta/man/translate/figs-activepassive)

ເຂົາໄດ້ຖືກພິພາກສາຕາມຢ່າງມະນຸດໃນເນື້ອໜັງ

ສາມາດແປໂດຍໃຊ້ປະໂຫຍກທີ່ (ໃຫ້ປະທານເປັນຜູ້ກະທໍາຂອງປະໂຫຍກ) ປະໂຫຍກດັ່ງກ່າວມີຄວາມຫມາຍທີ່ເປັນໄປໄດ້ຄື 1)ພຣະເຈົ້າຊົງພິພາກສາເຂົາຂະນະທີ່ເຂົາຍັງຢູ່ໃນໂລກ ຊຶ່ງແປໄດ້ອີກຢ່າງວ່າ "ພຣະເຈົ້າຊົງພິພາກສາເຂົາ 2)ມະນຸດພິພາກສາພວກເຂົາຕາມບັນທັດຖານຂອງມະນຸດ ແປໄດ້ອີກຢ່າງວ່າ "ມະນຸດໄດ້ພິພາກສາພວກເຂົາທາງຮ່າງກາຍຕາມຢ່າງມະນຸດ"

ພິພາກສາຕາມຢ່າງມະນຸດໃນເນື້ອຫນັງ

ຫມາຍເຖິງການພິພາກສາທີ່ມີໂທດຫນັກສູງສຸດຄື ການປະຫານຊີວິດຫລືຕາຍນັ້ນເອງ(ໃຫ້ເບິ່ງຢູ່: rc://*/ta/man/translate/figs-euphemism)

ມີຊີວິດຢູ່ຕາມແບບຢ່າງພຣະເຈົ້າໃນຝ່າຍຈິດວິນຍານ

ມີຄວາມຫມາຍທີ່ເປັນໄປໄດ້ຄື 1) "ມີຝ່າຍຈິດວິນຍານ ເຫມືອນທີ່ພຣະເຈົ້າຊົງເປັນເພາະພຣະວິນຍານບໍຣິສຸດຈະເປັນຜູ້ທີ່ຊ່ວຍເຮົາໃຫ້ເຮັດເຊັ່ນນັ້ນໄດ້ ຫລື 2) "ມີຊີວິດຢູ່ຕາມມາດຕະຖານຂອງພຣະເຈົ້າດ້ວຍຄວາມຊ່ວຍເຫລືອຈາກພຣະວິນຍານບໍຣິສຸດ"