lo_tn/1pe/04/01.md

2.4 KiB

ຂໍ້ມູນເຊື່ອມຕໍ່

ໃນບົດນີ້ເປໂຕຍັງຄົງສັ່ງສອນບັນດາຜູ້ເຊື່ອກ່ຽວກັບການດໍາເນິນຊີວິດຄຣິສະຕຽນ ນອກຈາກນີ້ເປໂຕຍັງໃຫ້ບົດສະຫລຸບກ່ຽວກັບການທົນທຸກຂອງພຣະຄຣິດທີ່ປາກົດໃນບົດກ່ອນ ຫນ້ານີ້ອີກດ້ວຍ

ໃນເນື້ອຫນັງ

"ທາງກາຍ"

ເພື່ອເຮົາທັງຫລາຍ ກໍຈົ່ງມີຄວາມຄິດຢ່າງດຽວກັນ.

"ຈົ່ງມີຄວາມຄິດ...ໄວ້ເປັນເຄື່ອງອາວຸດດ້ວຍ" ເຮັດໃຫ້ຜູ້ອ່ນຄິດເຖິງທະຫານທີ່ຕຽມອາວຸດໃຫ້ພ້ອມສໍາລັບສົງຄາມ ນອກຈາກນີ້ຄໍາວ່າ "ຄວາມຄິດຢ່າງດຽວກັນ" ຍັງປຽບເຫມືອນກັບອາວຸດຫລືເສື້ອເກາະອີກດ້ວຍ ອຸປະມາດັ່ງກ່າວຫມາຍຄວາມວ່າບັນດາຜູ້ເຊື່ອຄວນມີຄວາມມຸ່ງໝັ້ນໃນໃຈທີ່ຈະທົນທຸກເຫມືອນຢ່າງພຣະຄຣິດກະທໍາ ແປໄດ້ອີກຢ່າງວ່າ "ຈົ່ງຕຽມຕົວຂອງທ່ານໄວ້ດ້ວຍຄວາມຄິດຢ່າງດຽວກັນກັບທີ່ພຣະຄຣິດຊົງມີ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-metaphor)

ທົນທຸກທໍລະມານໃນເນື້ອຫນັງ

ຄໍາວ່າ "ເນື້ອຫນັງ" ຫມາຍເຖິງຊ່ວງໄລຍພເວລາທີ່ເຮົາມີຊີວິດຢູ່ໃນໂລກນີ້ ແປໄດ້ອີກຢ່າງວ່າ "ທົນທຸກຂະນະທີ່ຍັງຢູ່ໃນໂລກ"

ກໍບໍ່ພົວພັນກັບບາບແລ້ວ

"ຢຸດເຮັດບາບແລ້ວ"

ຕາມໃຈປາດຖະຫນາຂອງມະນຸດ

ຕາມສິ່ງທີ່ຜູ້ຍັງຕົກຢູ່ໃນຄວາມບາບປາຖະຫນາ