lo_tn/1pe/03/18.md

5.6 KiB

ຂໍ້ນີ້ເຊື່ອມຕໍ່

ເປໂຕໄດ້ອະທິບາຍເຖິງການທົນທຸກຂອງພຣະຄຣິດ ລວມເຖິງການບອກວ່າພຣະອົງນັ້ນໄດ້ເຮັດສິ່ງໃດສໍາເລັດຜ່ານການທົນທຸກ

ທົນທຸກເພື່ອເຮົາ

ຄໍາວ່າ "ເຮົາ" ຫມາຍເຖິງ ເປໂຕແລະຄົນທີ່ອ່ານຈົດໝາຍສະບັບນີ້ (ໃຫ້ເບິ່ງຢູ່: rc://*/ta/man/translate/figs-inclusive)

ເພື່ອພຣະອົງຈະໄດ້ຊົງນໍາເຮົາທັງຫລາຍໄປເຖິງພຣະເຈົ້າ

ເປໂຕອ່ານຈະຫມາຍເຖິງການທີ່ພຣະຄຣິດໄດ້ຊົງສິ້ນພຣະຊົນເພື່ອທີ່ຈະສ້າງຄວາມສໍາພັນທີ່ສະນິດລະຫວ່າງເຮົາກັບພຣະເຈົ້າຂຶ້ນໃຫມ່(ໃຫ້ເບິ່ງຢູ່: rc://*/ta/man/translate/figs-metaphor)

ຝ່າຍເນື້ອຫນັງພຣະອົງກໍຊົງສິ້ນພຣະຊົນ

ຄໍາວ່າ"ເນື້ອຫນັງ"ຫມາຍເຖິງພຣະກາຍຂອງພຣະເຢຊູຄຣິດ ພຣະເຢຊູຊົງສິ້ນພຣະຊົນຝ່າຍຮ່າງກາຍ ສາມາດແປໂດຍໃຊ້ປະໂຫຍກທີ່ມີ(ປະທານເປັນຜູ້ກະທໍາຂອງປະໂຫຍກ) ແປໄດ້ອີກຢ່າງວ່າ "ຄົນໄດ້ປະຫານຮ່າງກາຍຂອງພຣະອົງ" (ໃຫ້ເບິ່ງຢູ່: [[rc:///ta/man/translate/figs-metaphor]] และ [[rc:///ta/man/translate/figs-activepassive]])

ແຕ່ຊົງມີຊີວິດຂຶ້ນໂດຍພຣະວິນຍານ

ສາມາດແປໄດ້ໂດຍໃຊ້ປະໂຫຍກທີ່ມີ (ປະທານເປັນຜູ້ກະທໍາຂອງປະໂຫຍກ) ແປໄດ້ອີກຢ່າງວ່າ "ພຣະວິນຍານໄດ້ເຮັດໃຫ້ພຣະອົງຟື້ນພຣະຊົນຂຶ້ນ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-activepassive)

ໂດຍພຣະວິນຍານ

ມີຄວາມຫມາຍທີ່ເປັນໄປໄດ້ສອງທາງຄື 1) ໂດຍຣິດອໍານາດຂອງພຣະວິນຍານບໍຣິສຸດ ຫລື 2) ການດຳລົງຢູ່ທາງ(ເປັນ)ພຣະວິນຍານບໍຣິສຸດ

ໂດຍພຣະວິນຍານເຊັ່ນກັນ ພຣະອົງໄດ້ສະເດັດໄປ

ມີຄວາມຫມາຍທີ່ເປັນໄປໄດ້ຄື 1) "ໂດຍຣິດອໍານາດຂອງພຣະວິນຍານບໍຣິສຸດ ພຣະອົງໄດ້ສະເດັດໄປ" ຫລື 2) "ຫລືການດໍາລົງຢູ່ທາງ(ເປັນ)ພຣະວິນຍານ ພຣະອົງໄດ້ສະເດັດໄປ"

ວິນຍານທີ່ຖືກຄຸກຢູ່

ມີຄວາມຫມາຍທີ່ເປັນໄປໄດ້ຂອງຄໍາວ່າ "ວິນຍານ" ໃນທີ່ນີ້ຄື 1) "ວິນຍານຊົ່ວ" ຫລື 2) "ວິນຍານຂອງຄົນຕາຍ"

ຄາວເມື່ອພຣະວິນຍານເຈົ້າຊົງໂຜດລະງັບໂທດໄວ້ນານ

ໃນພາສາອັງກິດຂຽນໄວ້ດັ່ງນີ້ "when the patience of God was waiting" ຄໍາວ່າ "patience" ຫມາຍເຖິງ "ຄວາມອົດທົນ" ນັ້ນເປັນນາມໃນ (ຫມາຍເຖິງການໃຊ້ຄໍາຫລືວະລີຊຶ່ງບົ່ງບອກລັກສະນນະຫລືຄຸນນະສົມບັດຂອງສິ່ງໃດ ໂດຍການການດຶງລັກສະນະເດ່ນຂອງສິ່ງນັ້ນອອກມາ) ຊຶ່ງຄວາມອົດທົນດັ່ງກ່າວໝາຍເຖິງອົງພຣະຜູ້ເປັນເຈົ້າເອງ ເປໂຕໄດ້ກ່າວເຖິງຄວາມອົດທົນນິ້ນວ່າ ຄວາມອົດທົນຕ້ອງລໍຄອຍ ສາມາດແປໄດ້ອີກຢ່າງວ່າ "ເມື່ອພຣະເຈົ້າຊົງລໍຄອຍຢ່າງອົດທົນ" (ໃຫ້ເບິ່ງຢູ່: [[rc:///ta/man/translate/figs-personification]] ແລະ [[rc:///ta/man/translate/figs-metonymy]])

ຄືຄາວໂນອາ ເມື່ອກໍາລັງສ້າງເຮືອ

ສາມາດແປໄດ້ໂດຍໃຊ້ປະໂຫຍກທີ່ (ໃຫ້ປະທານເປັນຜູ້ກະທໍາຂອງປະໂຫຍກ) ແປໄດ້ອີກຢ່າງວ່າ "ເມື່ອສະໄຫມຂອງໂນອາ ເມື່ອໂນອາໄດ້ຕໍ່ເຮືອ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-activepassive)

ແປດຄົນ

ພາສາອັງກິດໃຊ້ຄໍາວ່າ "eight souls" ຊຶ່ງ "soul" ຫມາຍເຖິງຄົນ ຈຶ່ງແປເປັນພາສາໄທວ່າ"ແປດຄົນ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-synecdoche)