lo_tn/1pe/03/13.md

2.9 KiB

ຂໍ້ມູນເຊື່ອມຕໍ່

ເປໂຕຍັງໄດ້ສັ່ງສອນໃນເລື່ອງຂອງການດໍາເນີນຊີວິດຄຣິສະຕຽນຕໍ່ຈາກເນືື້ອຫາໃນຂໍ້ທີ່ຜ່ານມາ

ໃຜຜູ້ໃດຈະທໍາຮ້າຍທ່ານໄດ້ ຖ້າທ່ານທັງຫລາຍເອົາໃຈໃສ່ປະພຶດໃນສິ່ງທີ່ດີ

ເປໂຕຖາມຄໍາຖາມນີ້ເພື່ອເນັ້ນໃຫ້ເຫັນວ່າ ຖ້າຫາກທ່ານເຮັດຄວາມດີແລ້ວ ຈະມີຄົນມາທໍາຮ້າຍກໍຄົງເປັນໄປໄດ້ຍາກ ຈຶ່ງແປໄດ້ອີກຢ່າງວ່າ "ບໍ່ມີໃຜທີ່ຈະມາທໍາຮ້າຍທ່ານຖ້າຫາກທ່ານເຮັດຄວາມດີ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-rquestion)

ທົນທຸກ ເພາະເຮັດການຊອບທໍາ

ສາມາດແປໄດ້ດັ່ງນີ້ ໂດຍໃຊ້ກິລິຍາວະລີແທນ ດັ່ງນັ້ນ ສາມາດແປໄດ້ອີກຢ່າງວ່າ "ທົນທຸກເພາະທ່ານໄດ້ເຮັດໃນສິ່ງທີ່ຖືກຕ້ອງ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-abstractnouns)

ທ່ານກໍເປັນສຸກ

ສາມາດແປໂດຍໃຊ້ປະໂຫຍກທີ່ມີ (ປະທານປະໂຫຍກເປັນຜູ້ກະທໍາ) ແປໄດ້ອີກຢ່າງວ່າ "ພຣະເຈົ້າຈະຊົງອວຍພອນທ່ານ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-activepassive)

ຢ່າຢ້ານໃນສິ່ງທີ່ພວກເຂົາກ່າວຫາ ແລະຢ່າຄິດວິຕົກກັງວົນເລີຍ

ທັງສອງຄໍານີ້ມີຄວາມຫມາຍຄ້າຍຄືກັນ ເພື່ອເນັ້ນໃຫ້ເຫັນວ່າຜູ້ເຊື່ອບໍ່ຄວນຢ້ານໃນສິ່ງທີ່ຄົນບໍ່ເຊື່ອຈະມາຂົ່ມເຫງພວກເຂົາ ແປອີກຢ່າງວ່າ "ຢ່າຢ້ານໃນສິ່ງທີ່ມະນຸດເຮັດກັບທ່ານ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-parallelism)

ໃນສິ່ງທີ່ພວກເຂົາກ່າວຫາ

ຄໍາວ່າ "ພວກເຂົາ" ໃນທີ່ນີ້ຫມາຍເຖິງໃຜກໍຕາມທີ່ພະຍາຍາມທໍາຮ້າຍຜູ້ທີ່ເປໂຕກໍາລັງຂຽນຈົດຫມາຍເຖີງ