lo_tn/1pe/03/10.md

5.0 KiB

ຂໍ້ມູນທົ່ວໄປ

ເປໂຕອ້າງພຣະຄຳຂໍ້ນີ້ຈາກພຣະຄຳເພງສັນລະເສີນ (ໃຫ້ເບິ່ງຢູ່: rc://*/ta/man/translate/figs-explicit)

ຮັບຊີວິດແລະປາຖະຫນາທີ່ຈະເຫັນວັນດີ

ວະລີສອງວະລີນີ້ໂດຍປົກກະຕິແລ້ວມີຄວາມຫມາຍຢ່າງດຽວກັນ ແຄ່ຖືກນໍາມາໃນປະໂຫຍກດຽວກັນເພື່ອເນັ້ນໃຫ້ເຫັນເຖິງຄວາມປາດຖະຫນາທີ່ຈະມີຊີວິດທີ່ດີ (ໃຫ້ເບິ່ງຢູ່: rc://*/ta/man/translate/figs-parallelism)

ເຫັນວັນດີ

ໃນບໍລິບົດນີ້ປະສົບການສິ່ງທີ່ດີໃນຊີວິດຈະຖືກປຽບທຽບ ເຫມືອນກັບວ່າໄດ້ເຫັນສິ່ງທີ່ດີ ຄໍາວ່າ "ວັນ" ຫມາຍເຖິງຊ່ວງຊີວິດຂອງຄົນໆຫນຶ່ງ ດັ່ງນັ້ນຈຶ່ງແປໄດ້ອີກຢ່າງວ່າ "ປະສົບກັບສິ່ງທີ່ດີໃນຊີວິດ" (ໃຫ້ເບິ່ງຢູ່: [[rc:///ta/man/translate/figs-metaphor]] and [[rc:///ta/man/translate/figs-metonymy]])

ບັງຄັບລີ້ນຂອງຕົນຈາກຄວາມຊົ່ວ ແລະຫ້າມຮິມປາກບໍ່ໃຫ້ເວົ້າເປັນອຸບາຍລໍ້ລວງ

ຄໍາວ່າ "ລີ້ນ" ແລະ "ຮິມປາກ" ໃນບລິບົດນີ້ຫມາຍເຖິງຜູ້ທີ່ເວົ້າອອກມາທັງສອງວະລີນີ້ຕາມຄວາມຈິງແລ້ວຫມາຍເຖິງສິ່ງອັນດຽວກັນ ໃຊ້ເພື່ອເນັ້ນຄໍາສັ່ງຫ້າມບໍ່ໃຫ້ເວົ້າຕວະ ແປໄດ້ອີກຢ່າງວ່າ "ຢຸດເວົ້າຄວາມຊົ່ວແລະອຸບາຍທັງປວງ" (ໃຫ້ເບິ່ງຢູ່: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-synecdoche]])

ພຣະເນດຂອງອົງພຣະຜູ້ເປັນເຈົ້າຊົງເຝົ້າເບິ່ງຄົນຊອບທໍາ

ຄໍາວ່າ"ພຣະເນດ" ຫມາຍເຖິງຄວາມຮອບຮູ້ຂອງອົງພຣະຜູ້ເປັນເຈົ້າ ໃນບໍລິບົດນີ້ການທີ່ພຣະເຈົ້າຊົງເບິ່ງຄົນຊອບທໍາ ຫມາຍເຖິງການທີ່ພຣະອົງຊົງຍອມຮັບຄົນຊອບທໍາ ແປໄດ້ອີກຢ່າງຫນຶ່ງວ່າ "ອົງພຣະຜູ້ເປັນເຈົ້າຮັບຮອງ (ຍອມຮັບ) ຄົນຊອບທໍາ" (ໃຫ້ເບິ່ງຢູ່: [[rc:///ta/man/translate/figs-synecdoche]] และ [[rc:///ta/man/translate/figs-metaphor]])

ພຣະກັນຂອງພຣະອົງຊົງຟັງຄໍາອະທິຖານຂອງເຂົາ

ຄໍາວ່າ "ພຣະກັນ" ໝາຍເຖິງການທີ່ພຣະອົງຊົງຮູ້ເຖິງສິ່ງທີ່ຜູ້ຄົນກ່າວໃນຄໍາອະທິຖານ ການທີ່ພຣະເຈົ້າຊົງຟັງຕໍາອະທິຖານຂອງພວກເຂົາອາດຈະຫມາຍອີກຢ່າງຫນຶ່ງວ່າ ພຣະອົງຊົງຕອບເຂົາດ້ວຍເຊັ່ນກັນ ແປໄດ້ອີກຢ່າງຫນຶ່ງວ່າ " ພຣະອົງຟັງຄໍາອະທິຖານຂອງເຂົາ" ຫລື "ພຣະອົງຊົງຕອບຄໍາອະທິຖານຂອງເຂົາ" (ໃຫ້ເບິ່ງຢູ່: [[rc:///ta/man/translate/figs-synecdoche]] ແລະ [[rc:///ta/man/translate/figs-explicit]])

ພຣະພັກຂອງອົງພຣະຜູ້ເປັນເຈົ້າຊົງຕັ້ງຕໍ່ສູ້ກັບ

ຄໍາວ່າ "ພຣະພັກ" ຫມາຍເຖິງພຣະປະສົງຂອງອົງພຣະຜູ້ເປັນເຈົ້າທີ່ຈະຕໍ່ຕ້ານກັບຜູ້ກະບົດຕໍ່ພຣະອົງ ພຣະຄຳຂໍ້ນີ້ປຽບທຽບການຕໍ່ຕ້ານເປັນເຫມືອນກັບການປະເຊີນຫນ້າກັບອີກຝ່າຍຫນຶ່ງ ແປໄດ້ອີກຢ່າງວ່າ "ອົງພຣະຜູ້ເປັນເຈົ້າຊົງຕໍ່ສູ້" (ໃຫ້ເບິ່ງຢູ່: [[rc:///ta/man/translate/figs-synecdoche]] ແລະ [[rc:///ta/man/translate/figs-metaphor]])