lo_tn/1pe/03/03.md

2.8 KiB

ຂໍ້ມູນເຊື່ອມຕໍ່

ເປໂຕຍັງເວົ້າເຖິງຜູ້ຍິງທີ່ເປັນພັນລະຍາຕໍ່ຈາກເນື້ອຫາຂໍ້ທີ່ແລ້ວ

ຢ່າໃຫ້ເປັນ...

ປະໂຫຍກດັ່ງກ່າວນັ້ນເວົ້າເຖິງພັນລະຍາທີ່ຄວນເຊື່ອຟັງແລະປະຕິບັດຕົວໃຫ້ດີຕໍ່ສາມີຂອງເຂົາ

ການປະດັບແຫ່ງຈິດໃຈພາຍໃນ

ຕໍາວ່າ "ພາຍໃນ" ແລະ "ຈິດໃຈ" ເປໂຕກ່າວເຖິງຄຳສັ່ງຂອງພຣະເຈົ້າຕໍ່ມະນຸດເຫມືອນກັບວ່າມະນຸດໄດ້ຢືນຢູ່ຕໍ່ໜ້າພຣະພັກຂອງພຣະອົງຈິງໆ ແປໄດ້ອີກວ່າ "ຊຶ່ງພຣະຜູ້ເປັນເຈົ້າຊົງເຫັນວ່າມີຄ່າ" (ໃຫ້ເບິ່ງຢູ່: [[rc:///ta/man/translate/figs-metaphor]]) " ຫມາຍເຖິງລັກສະນະຄວາມເປັນຕົວຕົນພາຍໃນລວມເຖິງບຸກຄະລິກຂອງຄົນໆນັ້ນ ແປໄດ້ອີກຢ່າງວ່າ "ສິ່ງທີ່ເປັນຕົວຈິງຂອງເຈົ້າຂ້າງໃນ" (ໃຫ້ເບິ່ງຢູ່: [[rc:///ta/man/translate/figs-metonymy]] ແລະ rc://*/ta/man/translate/figs-metaphor)

ວິນຍານທີ່ສະຫງົບແລະສຸພາບ

"ລັກສະນະທ່າທາງທີ່ອ່ອນໂຍນແລະສະຫງົບງຽບ" ຄໍາວ່າ "ສະຫງົບ" ໃນທີ່ນີ້ຫມາຍເຖິງ "ສະຫງົບງ່ຽມ" ແລະ "ສະຫງົບຮຽບຮ້ອຍ" ຄໍາວ່າ "ວິນຍານ" ໃນບໍລິບົດນີ້ຫມາຍເຖິງລັກສະນະທ່າທາງຫລືທັດສະນະຄະຕິລວມໄປເຖິງນິໄສຂອງ ຄົນໆນັ້ນ

ຊຶ່ງເປັນສິ່ງທີ່ມີຄ່າຫລາຍໃນສາຍພຣະເນດພຣະເຈົ້າ

ເປໂຕໄດ້ກ່າວເຖິງພຣະດໍາຣິຂອງພຣະເຈົ້າຕໍ່ມະນຸດເຫມືອນກັບວ່າມະນຸດໄດ້ໄປຢືນຢູ່ຕໍ່ໜ້າພຣະພັກພຣະອົງຈິງ ແປໄດ້ອີກຢ່າງວ່າ "ຊຶ່ງພຣະຜູ້ເປັນເຈົ້າຊົງເຫັນວ່າມີຄ່າ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-metaphor)