lo_tn/1pe/03/01.md

4.1 KiB

ຂໍ້ມູນທົ່ວໄປ

ເປໂຕເລີ່ມຕົ້ນໂດຍການເວົ້າຢ່າງເຈາະຈົງກັບຜູ້ຍິງສອງຄົນຊຶ່ງມີຖານະເປັນພັນລະຍາ (ຂອງຊາຍຊຶ່ງເປັນສາມີ)

ດ້ວຍວິທີນີ້ທ່ານທັງຫລາຍທີ່ເປັນພັນລະຍາ ຈົ່ງເຊື່ອຟັງສາມີຂອງຕົນ

ເຊັ່ນດຽວກັບບັນດາຜູ້ເຊື່ອຍອມເຊື່ອຟັງອໍານາດທຸກຢ່າງຂອງມະນຸດ (2:13) ແລະຄົນຮັບໃຊ້ທີ່ຈ້ອງເຊື່ຟັງນາຍຂອງຕົນ (2:18) ພັນລະຍາກໍຕ້ອງເຊື່ອຟັງສາມີເຊັ່ນດຽວກັນ ຄໍາວ່າ "ເຊື່ອຟັງ" "ຢູ່ພາຍໃຕ້" ແລະ "ຍອມເຮັດຕາມ" ແປໂດຍໃຊ້ຄໍາດຽວກັນ

ເພື່ອວ່າສາມີບາງຄົນຈະບໍ່ເຊື່ອຟັງພຣະຄໍາ

ຄໍາວ່າ "ພຣະຄໍາ" ຫມາຍເຖິງພຣະກິດຕິຄຸນຫລືຂ່າວປະເສີດ ການບ່ເຊື່ອຟັງຫມາຍເຖິງການໍ່ເຊື່ອ ໃຫ້ກັບຢປເບິ່ງຢູ່ 2:7 ວ່າເຈົ້າແປຢ່າງໃດເນື່ອງຈາກວ່າມີເນື້ອຫາຄ້າຍຄືກັນແປໄດ້ອີກຢ່າງວ່າ "ມີສາມີບາງຄົນບໍ່ໄດ້ເຊື່ອໃນຂ່າວປະເສີດກ່ຽວກັບພຣະເຢຊູ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-metonymy)

ອາດຈະຈູງໃຈເຂົາໄດ້ດ້ວຍ

"ອາດຈະຈູງໃຈເຂົາໃຫ້ເຊື່ອໃນພຣະເຢຊູຄຣິດໄດ້ດ້ວຍ" ຫມາຍເຖິງການທີ່ສາມີຊຶ່ງເປັນຜູ້ທີ່ບໍ່ເຊື່ອກັບກາຍມາເປັນຜູ້ເຊື່ອນັ້ນເອງ ແປໄດ້ອີກຢ່າງວ່າ "ອາດເຮັດໃຫ້ເຂົາກາຍເປັນຜູ້ເຊື່ອ" (ໃຫ້ເບິ່ງຢູ່: [[rc:///ta/man/translate/figs-idiom]] และ [[rc:///ta/man/translate/figs-activepassive]])ໂດຍບໍ່ຕ້ອງເວົ້າຫຍັງ

ໂດຍບໍ່ຕ້ອງເວົ້າຫຍັງເລີຍ

"ໂດຍທີ່ພັນລະຍາບໍ່ຕ້ອງເວົ້າຫຍັງເລີຍ" ຄໍາວ່າ "ເວົ້າ" ຫມາຍເຖິງຖໍາເວົ້າທີ່ພັນລະຍາກ່າວອອກໄປ

ພວກເຂົາຈະໄດ້ເຫັນການປະພຶດທີ່ຈິງທີ່ຈິງໃຈອັນສະແດງໃຫ້ເຫັນເຖິງການໃຫ້ກຽດຂອງທ່ານ

ເປໂຕປຽບທຽບການປະພຶດເໝືອນກັບວ່າເປັນວັດຖຸທີ່ສາມາດຈັບຕ້ອງແລະເຫັນໄດ້ ຫລາຍກວ່າການກະທໍາທີ່ຜູ້ຄົນສະແດງອອກມາ (ໃຫ້ເບິ່ງຢູ່: rc://*/ta/man/translate/figs-abstractnouns)

ການປະພຶດທີ່ແທ້ຈິງໃຈອັນສະແດງໃຫ້ເຫັນເຖິງການໃຫ້ກຽດ

ຄວາມຫມາຍທີ່ເປັນໄປໄດ້ຄື 1) "ການກະທໍາອັນແທ້ຈິງໃຈຂອງເຈົ້າຊຶ່ງກະທໍາກັບເຂົາແລະວິທີການທີ່ເຈົ້າໃຫ້ກຽດແກ່ເຂົາ ຫລື 2) "ການກະທໍາອັນບໍຣິສຸດທີ່ເຈົ້າກະທໍາແກ່ເຂົາແລະການທີ່ເຈົ້າຖວາຍກຽດແດ່ພຣະເຈົ້າ"