lo_tn/1pe/02/24.md

3.5 KiB

ຂໍ້ມູນເຊື່ອມ

ເປໂຕໄດ້ເລົ່າກ່ຽວກັບອົງພຣະເຢຊູຄຣິດຕື່ມອີກ ຊຶ່ງເປັນຄໍາເວົ້າທີ່ເປໂຕຍັງເວົ້າເຈາະຈົງໄປທີ່ບັນດາຄົນຮັບໃຊ້ເຫລົ່ານັ້ນ

ພຣະອົງເອງ

ຫມາຍເຖິງພຣະເຢຊູຄຣິດ ແຕ່ໃຊູ້ຄໍາວ່າພຣະອົງເອງເພື່ອເພີ່ມຄວາມນ່າເຊື່ອຖືໄປທີ່ພຣະເຢຊູ (ໃຫ້ເບິ່ງຢູ່: rc://*/ta/man/translate/figs-rpronouns)

ຊົງແບກບາບຂອງເຮົາໄວ້ໃນພຣະກາຍຂອງພຣະອົງທີ່ຕົ້ນໄມ້ນັ້ນ

ຄໍາວ່າ "ຊົງແບກບາບຂອງເຮົາ" ຫມາຍເຖິງການທີ່ພຣະອົງຊົງທົນທຸກຕໍ່ການລົງໂທດອັນເນື່ອງມາຈາກຄວາມບາບ ສາມາດແປໄດ້ອີກຢ່າງວ່າ "ຊົງທົນທຸກເພາະການລົງໂທດອັນເນື່ອງມາຈາກບາບຂອງເຮົາດ້ວຍພຣະກາຍຂອງພຣະອົງທີ່ແຂວນໄວ້ເທິງຕົ້ນໄມ້ນັ້ນ

ຕົ້ນໄມ້ນັ້ນ

ຫມາຍເຖິງໄມ້ກາງແຂນທີ່ພຣະເຢຊູຊົງສິ້ນພຣະຊົນເປັນໄມ້ກາງແຂນຊຶ່ງເຮັດດ້ວຍໄມ້ (ໃຫ້ເບິ່ງຢູ່: rc://*/ta/man/translate/figs-metonymy)

ດ້ວຍບາດແຜນັ້ນເຈົ້າທັງຫລາຍຈຶ່ງໄດ້ຮັບການຮັກສາ

ສາມາດແປໂດຍ(ປະທານປະໂຫຍກເປັນຜູ້ກະທໍາ )ແປໄດ້ອີກຢ່າງວ່າ "ພຣະຜູ້ເປັນເຈົ້າໄດ້ຢຽວຢາເຈົ້າເພາະຄົນທັງຫລາຍໄດ້ເຮັດໃຫ້ພຣະອົງພົກຊໍ້າ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-activepassive)

ທ່ານທັງຫລາຍເປັນເໝືອນແກະທີ່ຫລົງຈາກຝູງໄປ

ເປໂຕເວົ້າເຖິງຜູ້ອ່ານກ່ອນທີ່ເຂົາຈະມາເຊື່ອໃນພຣະເຢຊູຄຣິດ ປຽບທຽບວ່າພວກເຂົານັ້ນເຫມືອນແກະທີ່ຫລົງຈາກຝູງແລະຍ່າງໄປໂດຍທີ່ບໍ່ມີເປົ້າຫມາຍ (ໃຫ້ເບິ່ງຢູ່: rc://*/ta/man/translate/figs-simile)

ພຣະຜູ້ລ້ຽງ ແລະຜູ້ລ້ຽງແຫ່ງຈິດວິນຍານຂອງທ່ານທັງ ຫລາຍແລ້ວ

ເປໂຕກໍາລັງກ່າວເຖິງພຣະເຢຊູໂດຍປຽບທຽບວ່າເຫມືອນກັບຄົນລ້ຽງແກະ ຄົນລ້ຽງແກະນັ້ນປົກປ້ອງແກະຂອງເຂົາຢ່າງໃດ ພຣະເຢຊູກໍປົກປ້ອງບັນດາຜູ້ເຊື່ອວາງໃຈໃນພຣະອົງຢ່າງນັ້ນເຫມືອນກັນ (ໃຫ້ເບິ່ງຢູ່: rc://*/ta/man/translate/figs-metaphor)