lo_tn/1pe/02/21.md

4.2 KiB

ຂໍ້ມູນເຊື່ອມຕໍ່

ເປໂຕໄດ້ຂຽນເຖິງຄົນທີ່ເຮັດວຽກເປັນຄົນໃຊ້ໃນເຮືອນຂອງຄົນອື່ນຕໍ່(ຈາກເນື້ອຄວາມໃນຂໍ້ທີ່ແລ້ວ)

ມັນຄືການທີ່ທ່ານທັງຫລາຍຊົງຖືກເອີ້ນ

ຄໍາວ່າ "ມັນຄື" ຫມາຍເຖິງການທີ່ບັນດາຜູ້ເຊື່ອຕ້ອງທົນທຸກລໍາບາກ ໃນຂະນະທີ່ກະທໍາການດີເຊັ່ນເປໂຕໄດ້ອະທິບາຍເອົາໄວ້ ສາມາດແປໂດຍໃຊ້ປະໂຫຍກທີ່(ປະທານປະໂຫຍກເປັນຜູ້ກະທໍາ) ສາມາດແປໄດ້ອີກຢ່າງວ່າ "ພຣະເຈົ້າຊົງເອີ້ນທ່ານມາເພື່ອການນີ້" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-activepassive)

ເພື່ອທ່ານຈະໄດ້ເຮັດຕາມແບບຢ່າງພຣະອົງ

"ເພື່ອທ່ານຈະໄດ້ເດີນຕາມແບບຢ່າງຂອງພຣະເຢຊູຄຣິດ" ເປໂຕໄດ້ກ່າວເຖິງແບບຢ່າງຂອງພຣະເຢຊູແລະປຽບທຽບວ່າ ພວກເຂົານັ້ນທົນທຸກລໍາບາກເຫມືອນກັບທີ່ພຣະເຢຊູຊົງພົບນັ້ນ ແປໄດ້ອີກຢ່າງຫນຶ່ງວ່າ "ເພື່ອທ່ານຈະຮຽນແບບການກະທໍາຂອງພຣະອົງ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-metaphor)

ບໍ່ພົບອຸບາຍໃນປາກຂອງພຣະອົງເລີຍ

ສາມາດແປໄດ້ໂດຍໃຊ້ປະໂຫຍກທີ່ (ປະທານປະໂຫຍກເປັນຜູ້ກະທໍາ) ສາມາດແປໄດ້ອີກຢ່າງວ່າ "ບໍ່ມີໃຜພົບການຫລອກລວງຈາກປາກຂອງພຣະອົງ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-activepassive)

ບໍ່ພົບອຸບາຍໃນປາກຂອງພຣະອົງເລີຍ

ຄໍາວ່າ "ອຸບາຍ" ໃນທີ່ນີ້ຫມາຍເຖິງຄໍາເວົ້ນຂອງຄົນໆຫນຶ່ງໃຊ້ເພື່ອຫລອກລວງຜູ້ອື່ນ ສາມາດແປໄດ້ອີກຢ່າງວ່າ "ພຣະອົງບໍ່ໄດ້ເວົ້າຕົວະໃດໆເລີຍ"(ໃຫ້ເບິ່ງຢູ່ : rc://*/ta/man/translate/figs-metonymy)

ເມື່ອເຂົາຫມິ່ນປະຫມາດພຣະອົງ

ຄໍາວ່າ "ຫມິ່ນປະຫມາດ" ຫມາຍເຖິງການເວົ້າໃສ່ຮ້າຍຫລືເວົ້າຢຽດຫຍາມຕໍ່ຄົນໃດຄົນໜຶ່ງ ສາມາດແປໂດຍໃຊ້(ປະທານປະໂຫຍກເປັນຜູ້ກະທໍາ) ສາມາດແປໄດ້ອີກຢ່າງວ່າ "ເມື່ອຜູ້ຄົນດູຖູກພຣະອົງ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-activepassive)

ຊົງມອບເລື່ອງຂອງພຣະອົງໄວ້ແກ່ພຣະເຈົ້າຜູ້ຊົງພິພາກສາຢ່າງຍຸດຕິທັມ

"ພຣະອົງຊົງມອບພຣະອົງເອງແດ່ພຣະເຈົ້າຜູ້ພິພາກສາຢ່າງ " ຫມາຍຄວາມວ່າພຣະເຢຊູວາງໃຈໃນພຣະເຈົ້າຜູ້ທີ່ຈະນໍາຄວາມອັບອາຍອອກໄປຈາກພຣະອົງ ໂດຍກຸ່ມຄົນທີ່ກະທໍາຕໍ່ພຣະອົງຢ່າງຮຸນແຮງນັ້ນເອງທີ່ໄດ້ນໍາຄວາມອັບອາຍມາສູ່ພຣະອົງ