lo_tn/1pe/02/18.md

3.9 KiB
Raw Permalink Blame History

ຂໍ້ມູນທົ່ວໄປ

ເປໂຕເລີ່ມຕົ້ນດ້ວຍການກ່າວຢ່າງເຈາະຈົງກັບຄົນທີ່ເຮັດວຽກເປັນຄົນຮັບໃຊ້ໃນເຮືອນຂອງຄົນອື່ນ

ນາຍທີ່ເປັນຄົນໃຈດີແລະສຸພາບເທົ່ານັ້ນ

ຄໍາວ່າ "ໃຈດີ" ແລະ "ສຸພາບ" ໃນທີ່ນັ້ນມີຄວາມຫມາຍໄກ້ຄຽງກັນ ທັງສອງຄໍານີ້ຖືກໃຊ້ພ້ອມກັນເພື່ອເນັ້ນວ່າເຈົ້ານາຍທີ່ປະຕິບັດຕໍ່ເຂົາດ້ວຍຄວາມເມດຕາ ສາມາດແປໄດ້ອີກຢ່າງຫນຶ່ງວ່າ "ເຈົ້ານາຍທີ່ມີໃຈເມດຕາກະຣຸນາ"(ໃຫ້ເບິ່ງຢູ່: rc://*/ta/man/translate/figs-doublet)

ນາຍທີ່ຮ້າຍດວ້ຍ

"ເຈົ້ານາຍທີ່ໂຫດຮ້າຍ" ຫລື "ເຈົ້ານາຍທີ່ໃຈຮ້າຍ"

ມັນເປັນການສັນລະເສີນ

"ເປັນທີ່ສົມຄວນສັນລະເສີນ" ຫລື "ເປັນທີ່ພໍພຣະໄທພຣະເຈົ້າ"

ຍັງຄົງ(ທົນຕໍ່ຄວາມ)ເຈັບປວດທຸກທໍລະມານ...ເພາະການຕະໜັກຮູ້ຂອງເຂົາຕໍ່ພຣະເຈົ້າ

ຄວາມຫມາຍທີ່ເປັນໄປໄດ້ໃນຂ້ຄວາມຕົ້ນສະບັບຄື 1) ຄົນໆນັ້ນຍອມຮັບເຈັບປວດເພາະຮູ້ວ່າເຂົາກໍາລັງເຊື່ອຟັງພຣະເຈົ້າ ຫລື 2) ຄົນໆນັ້ນສາມາດທີ່ຈະອົດທົນຕໍ່ການລົງໂທດທີ່ຍຸດຕິທໍາໄດ້ ເພາະເຂົາຮູ້ວ່າພຣະເຈົ້າຊົງຮັບຮູ້ວ່າເຂົາເຈັບປວດຫລາຍເທົ່າໃດ

ສໍາລັບຜູ້ທີ່ຮັບຂ້ຽນຕີເມື່ອເຈົ້າໄດ້ເຮັດບາບແລ້ວອົດທົນໃນຂະນະທີ່ຖືກລົງໂທດ? (ຈະມີປະໂຫຍດອັນໃດ...ແລ້ວອົດທົນໃນຂະນະທີ່ຖືກລົງໂທດ ?)

ເປໂຕໄດ້ຖາມຄໍາຖາມນີ້ຂຶ້ນເພື່ອການອົດທົນຕໍ່ບົດລົງໂທດເປັນຜົນມາຈາກການປະພຶດຜິດນັ້ນບໍ່ເປັນທີ່ຍົກຍ້ອງ ສາມາດແປໄດ້ອີກຢ່າງວ່າ " ເພາະບໍ່ມີປະໂຫຍດອັນໃດ...ໃນຂະນະທີ່ຖືກລົງໂທດ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-rquestion)

ໃນຂະນະທີ່ຖືກລົງໂທດ

ສາມາດແປໂດຍໃຊ້ປະໂຫຍກປະທານເປັນຜູ້ກະທໍາແປໄດ້ອີກຢ່າງຫນຶ່ງວ່າ "ໃນຂະນະທີ່ໃຜບາງຄົນກໍາລັງລົງໂທດເຈົ້າ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-activepassive)

ທົນໃນຂະນະທີ່ຖືກລົງໂທດ

ສາມາດແປໂດຍໃຊ້ປະໂຫຍກປະທານເປັນຜູ້ກະທໍາແປໄດ້ອີກຢ່າງຫນຶ່ງວ່າ "ເຈົ້າໄດ້ທົນທຸກຂະນະທີ່ໃຜບາງຄົນລົງໂທດເຈົ້າ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-activepassive)