lo_tn/1pe/02/11.md

4.3 KiB

ຂໍ້ມູນທົ່ວໄປ

ເປໂຕກ່າວເລີ່ມຕົ້ນວ່າຈະດໍາເນີນຊີວິດຄຣິສຕຽນໄດ້ຢ່າງໃດ

ຄົນຕ່າງດ້າວແລະຜູ້ເດີນທາງສັນຈອນ

ໂດຍທົ່ວໄປແລ້ວທັງສອງຄໍານີ້ມີຄວາມຫມາຍເຊັ່ນດຽວກັນ ເປໂຕກ່າວເຖິງຜູ້ອ່ານວ່າເປັນຜູ້ທີ່ອາໄສຢູ່ໃນດິນແດນຕ່າງດ້າວແລະຫ່າງໄກຈາກບ້ານເກີດ ໃຫ້ກັບໄປເບິ່ງບົດທີ 1 ຂໍ້ 1 (1:1) ວ່າເຈົ້າໃຊ້ຄໍາເວົ້າຢ່າງໃດ (ໃຫ້ເບິ່ງຢູ່: [[rc:///ta/man/translate/figs-doublet]] และ [[rc:///ta/man/translate/figs-metaphor]])

ລະເວັ້ນຈາກຕັນຫາຂອງເນື້ອຫນັງ

ຄໍາວ່າເນື້ອຫນັງໃນທີ່ນີ້ຫມາຍເຖິງທໍາມະຊາດຂອງບາບມະນຸດໃນໂລກທີ່ລົ້ມລົງໃນຄວາມບາບ ແລະສາມາດແປອີກຢ່າງຫນຶ່ງໄດ້ວ່າ "ຢ່າເຮັດຕາມຕັນຫາຂອງເນື້ອຫນັງ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-metaphor)

ທຳການຕໍ່ສູ້ກັບຈິດວິນຍານຂອງເຈົ້າ

ຄໍາວ່າ "ຈິດວິນຍານ" ໃນທ່ີນີ້ຫມາຍເຖິງຊີວິດຝ່າຍຈິດວິນຍານ ເປໂຕປຽບທຽບຕັນຫາເນື້ອຫນັງວ່າເປັນກອງທະຫານທີ່ພະຍາຍາມທໍາລາຍຊີວິດຝ່າຍຈິດວິນຍານຂອງບັນດາຜູ້ເຊື່ອ ສາມາດແປໄດ້ອີກຢ່າງວ່າ "ສະແຫວງທີ່ຈະທໍາລາຍຊີວິດຝ່າຍຈິດວິນຍານຂອງເຈົ້າ" (ໃຫ້ເບິ່ງຢູ່: [[rc:///ta/man/translate/figs-metonymy]] and [[rc:///ta/man/translate/figs-metaphor]])

ທ່ານທັງຫລາຍຈົ່ງມີການປະພຶດທີ່ດີ

ເປໂຕປຽບທຽບຄວາມປະພຶດທີ່ດີຂອງບັນດາຜູ້ເຊື່ອເຫມືອນກັບວ່າເປັນວັດຖຸສິ່ງຂອງທີ່ສາມາດເປັນເຈົ້າຂອງໄດ້ ແທນທີ່ຈະບອກຕາມຕົງວ່າແມ່ນການກະທໍາຂອງຜູ້ທີ່ບ່ເຊື່ອທີ່ສາມາດເບິ່ງເຫັນໄດ້ (ໃຫ້ເບິ່ງຢູ່: rc://*/ta/man/translate/figs-abstractnouns)

ພວກເຂົາຕໍານິຕິຕຽນທ່ານ

"ຖ້າເຂົາກ່າວຫາທ່ານ"

ເມື່ອພວກເຂົາສັງເກດເຫັນການດີຂອງທ່ານແລ້ວ

ເປໂຕໄດ້ປຽບທຽບການປະພຶດຂອງຜູ້ເຊື່ອໃຫ້ເປັນເຫມືອນວັດຖຸອັນຫນຶ່ງທີ່ຜູ້ບໍ່ເຊື່ອສາມາດເຝົ້າເບິ່ງໄດ້ ແທນທີ່ຈະກ່າວຕາມຕົງວ່າ ຜູ້ບໍ່ເຊື່ອຈະໄດ້ເຫັນໃນສິ່ງທີ່ຄຣິສະຕຽນໄດ້ເຮັດ (ໃຫ້ເບິ່ງຢູ່: rc://*/ta/man/translate/figs-abstractnouns)

ໃນວັນທີ່ພຣະອົງຈະຊົງສະເດັດມາ

ຫມາຍເຖິງວັນທີ່ພຣະເຈົ້າຈະຊົງຕັດສິນພິພາກສາທຸກຄົນ ເຈົ້າສາມາດແປໂດຍໃຊ້ກິລິຍາໄດ້ ສາມາດແປອີກຢ່າງຫນຶ່ງວ່າ "ເມື່ອພຣະອົງສະເດັດມາພິພາກສາທຸກຄົນ" (ໃຫ້ເບິ່ງຢູ່: [[rc:///ta/man/translate/figs-abstractnouns]] ແລະ [[rc:///ta/man/translate/figs-explicit]])