lo_tn/1pe/02/09.md

3.4 KiB

ຂໍ້ມູນທົ່ວໄປ

ໃນຂໍ້ທີ 10 ເປໂຕໄດ້ອ້າງເຖິງຂໍ້ພຣະທັຄຳຊຶ່ງເປັນຄໍາເວົ້າຂອງຜູ້ປະກາດພຣະທັມໂຮເສອາ ແຕ່ພຣະຄໍາພີສະບັບໃຫມ່ ບາງສະບັບບໍ່ໄດ້ໃສ່ເຄື່ອງຫມາຍຄໍາເວົ້າໃນສ່ວນທີ່ໃຊ້ອ້າງເຖິງດັ່ງກ່າວ ຊຶ່ງຖືວ່າເປັນທີ່ຍອມຮັບໄດ້

ຜູ້ທີ່ພຣະອົງຊົງເລືອກໄວ້ແລ້ວ

ສາມາດແປໃຫ້ຊັດເຈັນຕື່ມອີກວ່າພຣະເຈົ້າເປັນຜູ້ເລືອກເຂົາທັງຫລາຍ ສາມາດແປໄດ້ອີກຢ່າງຫນຶ່ງວ່າ "ປະຊາກອນທີ່ພຣະເຈົ້າຊົງເລືອກໄວ້" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-activepassive)

ປະໂຣຫິດຫລວງ

ຄວາມຫມາຍທີ່ເປັນໄປໄດ້ສໍາລັບຄໍານີ້ຄື 1) "ບັນດາກະສັດແລະບັນດາປະໂຣຫິດ" ຫລື 2) "ບັນດາປະໂຣຫິດທີ່ຮັບໃຊ້ກະສັດ"

ຊົນຊາດຂອງພຣະອົງໂດຍສະເພາະ

"ຊົນຊາດທີ່ເປັນຂອງພຣະເຈົ້າ"

ຜູ້ໄດ້ຊົງເອີ້ນທ່ານທັງຫລາຍ

"ຜູ້ໄດ້ຊົງເອີ້ນທ່ານທັງຫລາຍໃຫ້ອອກມາ"

ຈາກຄວາມມືດເຂົ້າໄປສູ່ຄວາມສະຫວ່າງອັນອັດສະຈັນຂອງພຣະເຈົ້າ

ຄໍາວ່າ "ຄວາມມືດ" ຫມາຍເຖິງຖານະຂອງຄົນບາບທີ່ບໍ່ໄດ້ເຊື່ອໃນພຣະເຈົ້າ ແລະຄໍາວ່າ "ຄວາມສະຫວ່າງ" ຫມາຍເຖິງສະຖານະຂອງຄົນທີ່ໄດ້ມາຮູ້ຈັກກັບພຣະເຈົົ້າ ແລະເຮັດສິ່ງຕ່າງໆຢ່າງຊອບທັມ ສາມາດແປອີກຢ່າງຫນຶ່ງ "ຈາກຊີວິດພາຍໃຕ້ຄວາມບາບແລະບໍ່ຮູ້ຈັກພຣະອົງມາສູ່ຊີວິດທີ່ຮູ້ຈັກພຣະອົງແລະເປັນທີ່ພໍພຣະໄທຂອງພຣະອົງ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-metaphor)

ທ່ານທັງຫລາຍບໍ່ໄດ້ຮັບພຣະະກະຣຸນາ...ທ່ານໄດ້ຮັບພຣະກະ ຣຸນາແລ້ວ

ຄໍາວ່າ "ພຣະກະຣຸນາ" ຫມາຍເຖິງການກະທໍາທີ່ພຣະເຈົ້າຊົງສໍາແດງຄວາມເມດຕາຕໍ່ຄົນທີ່ບໍ່ສົມຄວນໄດ້ຮັບນັ້ນ ຜູ້ຂຽນເວົ້າເຫມືອນກັບວ່າພຣະກະຣຸນາເປັນວັດຖຸຈັບຕ້ອງໄດ້ສາມາດຮັບໄວ້ໄດ້ດ້ວຍມື (ໃຫ້ເບິ່ງຢູ່: rc://*/ta/man/translate/figs-abstractnouns)